ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ປອກຕຸຍການ

(VOVWORLD) -  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ປອກຕຸຍການ ສ້າງຄວາມສະດວກໃຫ້ແກ່ບັນດາປະເພດສິນຄ້າ ຜະລິດຕະພັນກະເສດ, ສິນໃນນ້ຳ, ໝາກໄມ້ ຂອງ ຫວຽດນາມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ປອກຕຸຍການ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ປອກຕຸຍການ Joao Gome Cravinho
(ພາບ:Vũ Khuyên/VOV)

ຕອນບ່າຍວັນທີ 18 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ປອກຕຸຍການ Joao Gome Cravinho ພວມຢ້ຽມຢາມ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ຄວາມສາມາດບົ່ມຊ້ອນໃນການຮ່ວມມືລົງທຶນລະຫວ່າງ ຫວຽດນາມ ແລະ ປອກຕຸຍການ ຍັງໃຫຍ່ຫຼວງຢູ່, ສະເໜີໃຫ້ 2 ຝ່າຍສືບຕໍ່ໝູນໃຊ້ກາລະໂອກາດຈາກສັນຍາການຄ້າເສລີ ສະຫະພາບເອີລົບ - ຫວຽດນາມ (EVFTA), ສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 1 ຕື້ USD. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ປອກຕຸຍການ ສ້າງຄວາມສະດວກໃຫ້ແກ່ບັນດາປະເພດສິນຄ້າ ຜະລິດຕະພັນກະເສດ, ສິນໃນນ້ຳ, ໝາກໄມ້ ຂອງ ຫວຽດນາມ; ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ EVIPA, ຊຸກຍູ້ຄະນະກຳມະການເອີລົບ ຍົກເລີກບັດເຫຼືອງ IUU ສຳລັບສິນໃນນ້ຳ ຫວຽດນາມ ໂດຍໄວ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍຍູ້ແຮງການຮ່ວມມືໃນການຫັນເປັນດີຈີຕອນ, ຫັນເປັນພະລັງງານສີຂຽວ, ສະອາດ, ເສດຖະກິດໝູນວຽນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໃນຂົງເຂດວັດທະນະທຳ, ກິລາ, ທ່ອງທ່ຽວ, ການສຶກສາ…

        ທ່ານລັດຖະມົນຕີການຕ່າງປະເທດ Joao Gome Cravinho ສະແດງຄວາມປະທັບໃຈກ່ຽວກັບຜົນງານແຫ່ງການພັດທະນາເສດຖະກິດ - ສັງຄົມທີ່ຕັ້ງໜ້າ, ຂະຫຍັນຂັນເຄື່ອນຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ຢັ້ງຢືນວ່າ: ປອກຕຸຍການ ຍາມໃດກໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານກັບ ຫວຽດນາມ ກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ