ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ພັກ, ລັດ ມີ​ຄ​ວາມ​ເອົາໃຈໃສ່​ເປັນ​ພິ​ເສດ​ເຖິງ​ການ​ຊີ້​ນຳ, ​ນຳພາ​ປະ​ຕິ​ບັດ​ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ​ໃຫ້​ເປັນ​ຢ່າງ​ດີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງນ້ຳໃຈ, ຄວາມຮູ້ບຸນຄຸນທີ່ເລິກເຊິ່ງ ໄປຍັງບັນດານັກປະຕິວັດອາວຸໂສ, ແມ່ຫວຽດນາມວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ພັກ, ລັດ ມີ​ຄ​ວາມ​ເອົາໃຈໃສ່​ເປັນ​ພິ​ເສດ​ເຖິງ​ການ​ຊີ້​ນຳ, ​ນຳພາ​ປະ​ຕິ​ບັດ​ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ​ໃຫ້​ເປັນ​ຢ່າງ​ດີ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 22 ກໍລະກົດ, ຢູ່ນະຄອນ ເຫ້ວ, ແຂວງ ເທື່ອທຽນ - ເຫ້ວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊູມຍ້ອງຍໍຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ດີເດັ່ນທົ່ວປະເທດປີ 2023. ກອງປະຊຸມໂດຍກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ໜັງສືພິມປະຊາຊົນ ແລະ ຄະນະກຳມະການປະຊາຊົນແຂວງ ເທື່ອທຽນ - ເຫ້ວ ຈັດຂຶ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 - 27/7/2023).

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງນ້ຳໃຈ, ຄວາມຮູ້ບຸນຄຸນທີ່ເລິກເຊິ່ງ ໄປຍັງບັນດານັກປະຕິວັດອາວຸໂສ, ແມ່ຫວຽດນາມວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ພໍ່ແມ່ພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ທ່ານກ່າວວ່າ:

ເຖິງວ່າສົງຄາມໄດ້ຢຸດຕິແຕ່ດົນນານແລ້ວ, ປະເທດຊາດຍາດໄດ້ເອກະລາດ, ທ້ອນໂຮມເປັນເອກະພາບແລ້ວ, ແຕ່ຍັງມີຄວາມເຈັບປ່ວຍ, ສູນເສຍຂອງຜູ້ເປັນແມ່ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ໂດຍເຂົ້າໃຈ ແລະ ແບ່ງປັນກັບບັນດາຄວາມເຈັບປ່ວຍນັ້ນ, ໃນຕະຫຼອດໄລຍະ 76 ປີຜ່ານມາ, ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການຊີ້ນຳ, ນຳພາການປະຕິບັດວຽກງານຕອບບຸນແທນຄູນໃຫ້ເປັນຢ່າງດີ ແລະ ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍເພື່ອໜູນຊ່ວຍ ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ພໍ່ແມ່ພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ໃຫ້ເປັນຢ່າງດີ, ຖືນີ້ແມ່ນໜ້າທີ່ການເມືອງທີ່ສຳຄັນ ຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ