ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະການນຳຫຼາຍປະເທດທີ່ກອງປະຊຸມສຸດຍອດ ສະເຫຼີມສະຫຼອງ 50 ປີ ອາຊຽນ - ອົດສະຕາລີ

(VOVWORLD) -  ໃນ 2 ວັນເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1974 - 2024), ຈັດຂຶ້ນຢູ່ Melbourne, ປະເທດ ອົດສະຕາລີທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບການນຳບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະການນຳຫຼາຍປະເທດທີ່ກອງປະຊຸມສຸດຍອດ ສະເຫຼີມສະຫຼອງ 50 ປີ ອາຊຽນ - ອົດສະຕາລີ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo)

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ລໍຖ້າການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ໃນນັ້ນມີເລື່ອງ ນຳການພົວພັນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.

ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ເຫັນດີສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ, ໂດຍສະເພາະແມ່ນໝາກຜົນຂອງບັນດາການພົບປະຂັ້ນສູງລະຫວ່າງກົມການເມືອງພັກກອມມູນິດ ຫວຽດນາມ ແລະ ກົມການເມືອງ ພັກປະຊາຊົນປະຕິວັດ ລາວ.

ກະສັດບຣູໄນ Hassanal Bolkiah ເຫັນດີຍູ້ແຮງການແລກປ່ຽນບັນດາການຢ້ຽມຢາມຂັ້ນສູງ, ຮ່ວມມືໃນຂົງເຂດ Halal.

ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ເຫັນດີຍູ້ແຮງການຮ່ວມມືດ້ານການຄ້າເຂົ້າສານ, ຮ່ວມມືດ້ານກະສິກຳ.

ໃນເວລາເຂົ້າຮ່ວມກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ພົບປະກັບການນຳບັນດາປະເທດ ໄທ, ຟີລິບປິນ, ສິງກະໂປ, ມາເລເຊຍ, ນິວຊີແລນ, ຕີມໍແລັດແຕ…

ຕອບກັບ

ຂ່າວ/ບົດ​ອື່ນ