ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ລົງ​ກວດ​ກາ​ສະ​ພາບ​ການ​ຝົນ​ຕົກ​ນ້ຳ​ຖ້ວມ ແລະ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ນ້ຳ​ຖ້ວມ​ຢູ່​ແຂວງ ອຽນ​ບ໊າຍ

(VOVWORLD) -  ຕອນເຊົ້າວັນທີ 12 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປກວດກາສະພາບຝົນຕົກນ້ຳຖ້ວມ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຢູ່ແຂວງ ອຽນບ໊າຍ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ລົງ​ກວດ​ກາ​ສະ​ພາບ​ການ​ຝົນ​ຕົກ​ນ້ຳ​ຖ້ວມ ແລະ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ນ້ຳ​ຖ້ວມ​ຢູ່​ແຂວງ ອຽນ​ບ໊າຍ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາສະພາບການຝົນຕົກນ້ຳຖ້ວມ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກນ້ຳຖ້ວມຢູ່ແຂວງ ອຽນບ໊າຍ (ພາບ: VOV)

ທ່ານນາຍົກລັດຖະມົນຕີ ໄດ້ແບ່ງເບົາ, ລະດົມກຳລັງໃຈປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ, ກັບຄືນສູ່ຊີວິດການເປັນຢູ່ເປັນປົກກະຕິໂດຍໄວ, ຮຽກຮ້ອງບັນດາກຳລັງມານະພະຍາຍາມສຸມແຫຼ່ງກຳລັງຊ່ວຍເຫຼືອພໍ່ແມ່ປະຊາຊົນ, ພ້ອມກັບປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ. ທ່ານນາຍົກລັດຖະມົນຕີກໍໄດ້ໄປຢ້ຽມຢາມໂຮງຮຽນອະນຸບານ ຮວາລານ ແລະ ໂຮງຮຽນອະນຸບານ ແອັງເຢືອງ ນະຄອນ ອຽນບ໊າຍ, ເຊິ່ງເປັນບ່ອນລີ້ໄພຂອງປະຊາຊົນກວ່າ 170 ຄົນ ໃນຊຸມວັນຜ່ານມາ.

        ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມາດຳເນີນກອງປະຊຸມດ່ວນກັບການນຳກະຊວງ, ຂະແໜງການ ແລະ ແຂວງ ອຽນບ໋າຍ ຢູ່ສຳນັກງານຄະນະກຳມະການປະຊາຊົນແຂວງ.

ໃນວັນດຽວກັນ, ວຽກງານກູ້ໄພກູ້ຊີບພໍ່ແມ່ປະຊາຊົນຢູ່ເຂດຖືກໄພທຳມະຊາດນັ້ນ ສືບຕໍ່ໄດ້ດຳເນີນ.

        ວັນທີ 12 ສິງຫາ, ຄະນະປະຕິບັດງານຂອງວິທະຍຸກະຈາຍສຽງ ຫວຽດນາມ ໂດຍທ່ານຮອງຜູ້ອຳນວຍການໃຫຍ່ ຫວູຫາຍກວາງ ນຳໜ້າ ໄດ້ເດີນທາງໄປຍັງ ອຽນບ໊າຍ, ຢື້ຢາມຖາມຂ່າວ, ມອບເຄື່ອງບັນເທົ່າທຸກໃຫ້ແກ່ປະຊາຊົນເຂດຖືກນ້ຳຖ້ວມ ລວມມູນຄ່າ ກວ່າ 8.600 USD.

        ຢູ່ແຂວງ ລາວກາຍ, ຕອນເຊົ້າຂອງວັນດຽວກັນ, ກຳລັງຊອກຫາ ໄດ້ນໍາໃຊ້ໝາຮັບໃຊ້ ເພື່ອຊອກຫາຜູ້ຖືກຫາຍສາບສູນໃນເຫດດິນເຊາະເຈື່ອນຢູ່ບ້ານ ໜູ່, ເຊິ່ງເປັນບ່ອນດຳລົງຊີວິດຂອງປະຊາຊົນເກືອບ 160 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ