ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ລົງ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ, ອວຍ​ພອນ​ບຸນ​ເຕັດ​ຢູ່ ເກິ່ນ​ເທີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາ ຢາກນະຄອນເກິ່ນເທີ ສືບຕໍ່ຜັນຂະຫຍາຍບັນດາແຜນນະໂຍບາຍ, ທິດທາງ, ນະໂຍບາຍ, ກົດໝາຍຂອງພັກ, ລັດ ເປັນຢ່າງດີ, ໃນນັ້ນມີການພັດທະນາເສດຖະກິດເປັນໃຈກາງ, ປະຕິບັດວຽກງານຮັບປະກັນຊີວິດສັງຄົມໄດ້ດີກ່ວາ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ລົງ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ, ອວຍ​ພອນ​ບຸນ​ເຕັດ​ຢູ່ ເກິ່ນ​ເທີ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງຢ້ຽມຢາມ, ມອບຂອງຂວັນ, ອວຍພອນບຸນເຕັດຢູ່ ເກິ່ນເທີ (ພາບ: TTXVN)

ຕອນເຊົ້າວັນທີ 4 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ, ມອບຂອງຂວັນໃຫ້ແກ່ 650 ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ກຳມະກອນ, ຜູ້ອອກແຮງງານ, ຜູ້ອາຍຸສູງ ບໍ່ມີບ່ອນພັກອາໄສ, ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກຢູ່ນະຄອນເກິ່ນເທີ

ເມື່ອອວຍພອນປີໃໝ່, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາ ຢາກນະຄອນເກິ່ນເທີ ສືບຕໍ່ຜັນຂະຫຍາຍບັນດາແຜນນະໂຍບາຍ, ທິດທາງ, ນະໂຍບາຍ, ກົດໝາຍຂອງພັກ, ລັດ ເປັນຢ່າງດີ, ໃນນັ້ນມີການພັດທະນາເສດຖະກິດເປັນໃຈກາງ, ປະຕິບັດວຽກງານຮັບປະກັນຊີວິດສັງຄົມໄດ້ດີກ່ວາ, ຍົກສູງການດຳລົງຊີວິດທາງການວັດຖຸ ແລະ ຈິດໃຈຂອງປະຊາຊົນ…

ພິເສດ, ທ່ານນາຍົກລັດຖະມົນຕີ ສະເໜີທາງນະຄອນ ເກິ່ນເທີ ສືບຕໍ່ສຳຫຼວດກວດຄືນ, ບັນດາຄອບຄົວໃດຍັງປະສົບກັບຄວາມຫຍຸ້ງຍາກ, ມີຄວາມສ່ຽງສູງ, ເຈັບປ່ວຍ; ເປົ້າໝາຍຍະໂບບາຍ, ໄດ້ຮັບການໜູນຊ່ວຍສັງຄົມກໍລະນີໃດຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ ເພື່ອມີການໜູນຊ່ວຍຢ່າງທັນການ, ຮັບປະກັນວ່າປະຊາຊົນໝົດທຸກຄົນລ້ວນແຕ່ໄດ້ຕ້ອນຮັບບຸນເຕັດຢ່າງເບິກບານມ່ວນຊືນ, ປອດໄສ, ປອດໄພ, ປະຢັດ, ເຕັມໄປດ້ວຍນ້ຳໃຈຄວາມຮັກແພງ; ບໍ່ປະໃຫ້ຜູ້ໃດບໍ່ໄດ້ຕ້ອນຮັບບຸນເຕັດ, ຖືກປະໄວ້ຢູ່ທາງຫຼັງ,

ຕອບກັບ

ຂ່າວ/ບົດ​ອື່ນ