ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການໄປປະຕິບັດງານຢູ່ ອົດສະຕາລີ ແລະ ນິວຊີແລນ ຢ່າງຈົບງາມ

(VOVWORLD) -         ໃນການໄປປະຕິບັດງານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີກວ່າ 50 ການເຄື່ອນໄຫວ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການໄປປະຕິບັດງານຢູ່ ອົດສະຕາລີ ແລະ ນິວຊີແລນ ຢ່າງຈົບງາມ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon)

        ຕອນເຊົ້າວັນທີ 12 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງກັບເມືອຮອດ ຮ່າໂນ້ຍ, ສິ້ນສຸດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ອົດສະຕາລີ, ຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ, ແຕ່ວັນທີ 05 – 11 ມີນາ ຢ່າງຈົບງາມ.

        ໃນການໄປປະຕິບັດງານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີກວ່າ 50 ການເຄື່ອນໄຫວ. ເຂົ້າຮ່ວມບັນດາກອງປະຊຸມສຸດຍອດ ອາຊຽນ - ອົດສະຕາລີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີ “3 ຂອດບຸກທະລຸ, 3 ເພີ່ມທະວີ ແລະ 3 ພ້ອມ” ໃນການພົວພັນ ອາຊຽນ - ອົດສະຕາລີ; ເຊິ່ງການນຳບັນດາປະເທດໄດ້ຕີລາຄາສູງ; ມີຫຼາຍເນື້ອໃນໄດ້ຫັນເປັນລາຍລັກອັກສອນ. ສິ່ງທີ່ໜ້າສົນໃຈ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ, ທ່ານນາຍົກລັດຖະມົນຕີໄດ້ພົບປະ 2 ຝ່າຍກັບຫົວໜ້າຄະນະທີ່ເຂົ້າຮ່ວມທັງໝົດ, ລວມທັງການນຳບັນດາປະເທດ ອາຊຽນ, ຕີມໍແລັດແຕ, ອົດສະຕາລີ, ນິວຊີແລນ ແລະ ເລຂາທິການໃຫຍ່ ອາຊຽນ. ບັນດາການພົບປະ ດ້ວຍເນື້ອໃນປຶກສາຫາລືຢ່າງແທດຈິງ ເພື່ອຮັດແໜ້ນນ້ຳໃຈມິດຕະພາບ ແລະ ຊຸກຍູ້ບັນດາເນື້ອໃນຮ່ວມມືໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ບັນລຸປະສິດທິຜົນ.

        ທີ່ການຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ໄດ້ບັນລຸຜົນສຳເລັດໃນທຸກດ້ານ, ສ້າງຂີດໝາຍສຳຄັນໃນການພົວພັນລະຫວ່າງ ຫວຽດນາມ ກັບ 2 ປະເທດ. ໃນນັ້ນ, ຫວຽດນາມ ແລະ  ອົດສະຕາລີ ໄດ້ຍົກການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ; ໃນຂະນະນັ້ນ, ສຳລັບ ນິວຊີແລນ, 2 ຝ່າຍໄດ້ເຫັນດີຊຸກຍູ້ການພົວພັນຂອງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ