ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສຳຫຼວດກວດກາບັນດາກິດຈະກຳ, ໂຄງການຢູ່ແຂວງ ຕ່ຽນຢາງ

(VOVWORLD) - ສຳລັບຄັນຄູທະເລ ກໍ່ກົງ ມີລວງຍາວທັງໝົດ 15,8 ກມ, ມີໜ້າທີ່ຮັບປະກັນຄວາມປອດໄພດ້ານຊີວິດອິນຊີ, ຊັບສິນຂອງລັດ ແລະ ຂອງປະມານ 600.000 ຄອບຄົວ, ປົກປ້ອງດິນທຳມະຊາດເກືອບ 54 ເຮັກຕາ. 
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສຳຫຼວດກວດກາບັນດາກິດຈະກຳ, ໂຄງການຢູ່ແຂວງ ຕ່ຽນຢາງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສຳຫຼວດຢູ່ໂຄງການຂົວ ແຣກມ້ຽວ 2
(ພາບ: TTXVN)

ຕອນບ່າຍວັນທີ 23 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງສຳຫຼວດ, ກວດກາ ຄວາມຄືບໜ້າຂອງບາງໂຄງການຈຸດສຸມໃນບໍລິເວນແຂວງ ຕ່ຽນຢາງ, ຄື: ຄັນຄູທະເລ ກໍ່ກົງ, ໂຄງການກໍ່ສ້າງຂົວ ແຣກມ້ຽວ 2.

ສຳລັບຄັນຄູທະເລ ກໍ່ກົງ ມີລວງຍາວທັງໝົດ 15,8 ກມ, ມີໜ້າທີ່ຮັບປະກັນຄວາມປອດໄພດ້ານຊີວິດອິນຊີ, ຊັບສິນຂອງລັດ ແລະ ຂອງປະມານ 600.000 ຄອບຄົວ, ປົກປ້ອງດິນທຳມະຊາດເກືອບ 54 ເຮັກຕາ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ນີ້ແມ່ນຄັນຄູສຳຄັນ, ເລື່ອງລົງທຶນກໍ່ສ້າງຄັນຄູເກືອບ 7 ກມເພື່ອຫລຸດຜ່ອນຄວາມແຮງຈາກຄື້ນຟອງທະເລໄກຝັ່ງແມ່ນວິທີຈຳເປັນເພື່ອສະກັດກັ້ນສະພາບດິນເຊາະເຈືອນເກີດຂຶ້ນທີ່ນັບມື້ນັບຮ້າຍແຮງ. ທ່ານນາຍົກລັດຖະມົນຕີ ມອບໝາຍໃຫ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ກະຊວງແຜນການ ແລະ ການລົງທຶນ ຈັດແບ່ງແຫຼ່ງທຶນໃຫ້ໂຄງການຈຸດສຸມນີ້; ພ້ອມທັງມອບໝາຍໃຫ້ບັນດາອົງການຄົ້ນຄ້ວາໂຄງການລົງທຶນທ່າກ່ຳປັ່ນທະເລຢູ່ເຂດນີ້ຕາມຮູບແບບຮ່ວມມືພາກລັດ - ເອກະຊົນ.

ສຳລັບໂຄງການຂົວ ແຣກມ້ຽວ 2 - ຂົວແຫ່ງທີສອງດ້ວຍຂອບຂະໜາດໃຫຍ່ຂ້າມຜ່ານແມ່ນ້ຳ ຕ່ຽນ, ເຊື່ອມຕໍ່ສອງແຂວງ ຕ່ຽນຢາງ ແລະ ແບນແຈ. ໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ມີນາ 2022, ຄາດວ່າຈະສ້າງສຳເລັດໃນເດືອນ ທັນວາ 2025, ມີຍອດເງິນລົງທຶນ 6,8 ພັນຕື້ກ່ວາ ດົ່ງ (ກ່ວາ 152 ລ້ານ ໂດລາສະຫະລັດ). ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ເຈົ້າຂອງລົງທຶນ, ທ້ອງຖິ່ນ, ບັນດານັກປະມູນ, ຮັບປະກັນຄວາມຄືບໜ້າ, ຄຸນນະພາບ, ຄວາມປອດໄພ, ຫຼັກອະນາໄມສິ່ງແວດລ້ອມ, ເຕັກນິກ, ປະກອບສ່ວນຊຸກຍູ້ການເຕີບໂຕ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ສ້າງສຳເລັດພື້ນຖານໂຄງລ່າງຄົມມະນາຄົມຂອງສອງແຂວງ ເບັ່ນແຈ, ຕ່ຽນຢາງ, ຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແລະ ທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ