ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ອົດສະຕາລີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຖືວ່າ: ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແມ່ນເສົາຄ້ຳສຳຄັນໃນການພົວພັນສອງຝ່າຍ; ຫວັງວ່າ ສະຫະສະມາຄົມ ແລະ ປະຊາຄົມວິສາຫະກິດ, ນັກລົງທຶນຂອງສອງປະເທດຈະຍູ້ແຮງການຮ່ວມມືກ່ວາອີກ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ອົດສະຕາລີ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ:VOV)

ຕອນເຊົ້າວັນທີ 5 ມີນາ, ຢູ່ນະຄອນ Melbourne, ລັດ Victoria, ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) -  ອົດສະຕາລີ, ຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ອົດສະຕາລີ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ໃນການຢ້ຽມຢາມ ອົດສະຕາລີ, ຄາດວ່າ, ສອງຝ່າຍຈະຖະແຫຼງຍົກລະດັບການພົວພັນສອງຝ່າຍ, ໃນນັ້ນ, ສອງຝ່າຍຈະມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງດີງາມກ່ວາ, ການຮ່ວມມືເສດຖະກິດ - ການຄ້າ ແລະ ການລົງທຶນສູງກວ່າ, ການຮ່ວມມືວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳທີ່ເຂັ້ມແຂງກ່ວາ, ການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ, ພົວພັນແລກປ່ຽນວັດທະນະທຳ, ປະຊາຊົນເລິກເຊິ່ງກວ່າ, ການຮ່ວມມືດ້ານການທ່ອງທ່ຽວ ແລະ ແຮງງານໄດ້ຍູ້ແຮງກວ່າອີກ.

        ທ່ານນາຍົກລັດຖະມົນຕີ ຖືວ່າ: ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແມ່ນເສົາຄ້ຳສຳຄັນໃນການພົວພັນສອງຝ່າຍ; ຫວັງວ່າ ສະຫະສະມາຄົມ ແລະ ປະຊາຄົມວິສາຫະກິດ, ນັກລົງທຶນຂອງສອງປະເທດຈະຍູ້ແຮງການຮ່ວມມືກ່ວາອີກ. ລັດຖະບານ ຫວຽດນາມ ຈະປົກປັກຮັກສາສິດ, ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ, ອັນຊອບທຳຂອງບັນດາວິສາຫະກິດ, ນັກລົງທຶນ; ສືບຕໍ່ຊຸກຍູ້ 3 ບຸກທະລຸຍຸດທະສາດ (ລະບອບລະບຽບການ, ພື້ນຖານໂຄງລ່າງ ແລະ ແຫຼ່ງຊັບພະຍາກອນມະນຸດ), ປະຕິຮູບ, ຫັນລະບຽບການບໍລິຫານເປັນງ່າຍດາຍ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ອົດສະຕາລີ - ảnh 2ພິທີຕັດແຖບຜ້າເປີດສະຫຼອງສະຖາບັນນະໂຍບາຍ ອົດສະຕາລີ - ຫວຽດນາມ
(ພາບ: VOV)

        ເນື່ອງໃນໂອກາດນີ້, ບົດບັນທຶກຄວາມເຂົ້າໃຈ, ຂໍ້ຕົກລົງຮ່ວມມືລົງທຶນລະຫວ່າງວິສາຫະກິດສອງປະເທດຫຼາຍສະບັບໄດ້ຮັບການລົງນາມ, ໃນນັ້ນ, ບໍລິສັດການບິນ Vietjet ໄດ້ປະກາດສາຍການບິນໃໝ່ເຊື່ອມຕໍ່ Melbourne, ຂອງອົດສະຕາລີ ກັບນະຄອນຫຼວງ ຮ່າໂນ້ຍ, ຫວຽດນາມ.

        ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ເຂົ້າຮ່ວມພິທີ ແລະ ຕັດແຖບຜ້າເປີດສະຫຼອງສະຖາບັນນະໂຍບາຍ ອົດສະຕາລີ - ຫວຽດນາມ ຢູ່ມະຫາວິທະຍາໄລ RMIT, ນະຄອນ Melbourne, ລັດ Victoria.  ສະຖາບັນນະໂຍບາຍ ອົດສະຕາລີ - ຫວຽດນາມ ໄດ້ຮັບການສ້າງຕັ້ງເພື່ອແນໃສ່ຄົ້ນຄ້ວາ ແລະ ຊ່ວຍໃຫ້ມີຄວາມເຂົ້າໃຈແຈ້ງກ່ວາກ່ຽວກັບການພົວພັນຍຸດທະສາດ ລະຫວ່າງ ອົດສະຕາລີ ແລະ ຫວຽດນາມ; ປະກອບສ່ວນປະຕິບັດ “ຍຸດທະສາດເສດຖະກິດພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຮອດປີ 2040” ຂອງ ອົດສະຕາລີຢ່າງມີປະສິດທິຜົນ.

        ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີສາຍການບິນໂດຍກົງ ຫວຽດນາມ ແລະ ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ