ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ໃນ​ເດືອນ​ກັນ​ຍາ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ສະພາບການໂລກສືບຕໍ່ມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ໃນຂະນະທີ່ສະພາບການພາຍໃນປະເທດເກີດມີຂໍ້ບົກຜ່ອງຈຳນວນໜຶ່ງກ່ຽວກັບໂຄງປະກອບເສດຖະກິດ ທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ໃນ​ເດືອນ​ກັນ​ຍາ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນເຊົ້າວັນທີ 7 ຕຸລາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມລັດຖະບານ ກັບບັນດາທ້ອງຖິ່ນເດືອນກັນຍາ. ກອງປະຊຸມໄດ້ເຊື່ອມຕໍ່ຈາກສຳນັກງານລັດຖະບານກັບ 63 ທ້ອງຖິ່ນໃນທົ່ວປະເທດ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ສະພາບການໂລກສືບຕໍ່ມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ໃນຂະນະທີ່ສະພາບການພາຍໃນປະເທດເກີດມີຂໍ້ບົກຜ່ອງຈຳນວນໜຶ່ງກ່ຽວກັບໂຄງປະກອບເສດຖະກິດ ທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ, ພ້ອມກັນນັ້ນ ພາຍຸ Yagi ກໍ່ຜົນເສຍຫາຍຢ່າງໜັກໜ່ວງຢູ່ບາງທ້ອງຖິ່ນເຂດພາກເໜືອ. ເຖິງຢ່າງໃດກໍຕາມ, ດ້ວຍການເຂົ້າຮ່ວມຢ່າງຂ້ຽວຂາດຂອງລັດຖະບານ, ທຸກຂັ້ນ, ທຸກຂະແໜງການ ແລະ ບັນດາທ້ອງຖິ່ນ, ສະພາບການເສດຖະກິດ - ສັງຄົມ ຫວຽດນາມ ສືບຕໍ່ເລີ່ມມີສັນຍານດີຂຶ້ນ, ການເຕີບໂຕໃນໄຕມາດທີ III ບັນລຸ 7,4%, ສູງຢູ່ໃນລະດັບທີ 2 ໃນ 5 ປີຜ່ານມາ; ເສດຖະກິດມະຫາພາກໄດ້ຮັກສາເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ບັນດາຄວາມສົມດູນໃຫຍ່ໄດ້ຮັບປະກັນ; ສະພາບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບໄດ້ຮັກສາ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ:

ຕ້ອງຍາດແຍ່ງບັນດາຕະຫຼາດ, ຍູ້ແຮງ 3 ແຫຼ່ງກຳລັງໜູນແກ່ການເຕີບໂຕ, ຕະຫຼາດພາຍໃນປະເທດ ຕ້ອງຕັ້ງໜ້າກ່ວາເກົ່າ, ຕະຫຼາດສົ່ງອອກກໍ່ຕ້ອງໄດ້ຮັບການເປີດກວ້າງກ່ວາ. ກ່ຽວກັບການປ່ອຍເງິນລົງທຶນສາທາລະນະ ຕ້ອງຕັ້ງໜ້າກ່ວາອີກ. ນອກຈາກນັ້ນ, ຕ້ອງຕັ້ງໜ້າແກ້ໄຂຜົນພາຍຫຼັງຈາກພາຍຸ Yagi, ແກ້ໄຂຄວາມຫຍຸ້ງຍາກຂໍ້ຕິດຂັດກ່ຽວກັບລະບອບລະບຽບການ, ເປັນຕົ້ນແມ່ນລະດົມແຫຼ່ງກຳລັງໃນໝູ່ປະຊາຊົນ, ສັງຄົມ, ພາກເອກະຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ