ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານ​ພິ​ທີ​ຕ​້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເອ​ທີ​ໂອ​ປີ ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) - ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງການນຳຂັ້ນສູງ ເອທີໂອປີ ນັບແຕ່ເມື່ອສອງປະເທດສ້າງຕັ້ງສາຍພົວພັນທາງການທູດ ໃນປີ 1976 ແລະ ກໍແມ່ນການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງທຳອິດລະຫວ່າງສອງປະເທດພາຍຫຼັງໄລຍະ 07 ປີ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານ​ພິ​ທີ​ຕ​້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເອ​ທີ​ໂອ​ປີ ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍພັນລະຍາ ແລະ ທ່ານນາຍົກລັດຖະມົນຕີ ເອທີໂອປີ Abiy Ahmed Ali ພ້ອມດ້ວຍພັນລະຍາ (ພາບ: VOV)

ຕອນບ່າຍວັນທີ 15 ເມສາ, ຢູ່ທຳນຽບປະທານປະເທດ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ເອທີໂອປີ Abiy Ahmed Ali ແລະ ພັນລະຍາ ທີ່ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ (P4G) ຄັ້ງທີ 4 (ແຕ່ວັນທີ 14 – 17 ເມສາ). ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງການນຳຂັ້ນສູງ ເອທີໂອປີ ນັບແຕ່ເມື່ອສອງປະເທດສ້າງຕັ້ງສາຍພົວພັນທາງການທູດ ໃນປີ 1976 ແລະ ກໍແມ່ນການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງທຳອິດລະຫວ່າງສອງປະເທດພາຍຫຼັງໄລຍະ 07 ປີ. ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີສອງທ່ານໄດ້ເດີນທາງໄປຍັງສໍານັກງານລັດຖະບານ ເພື່ອດຳເນີນການພົບປະເຈລະຈາ.

        ຄາດວ່າ, ໃນໄລຍະຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ເອທີໂອປີ ຈະພົບປະກັບບັນດາການນຳຂັ້ນສູງສຸດຂອງພັກ, ລັດ, ສະພາແຫ່ງຊາດ ຫວຽດນາມ, ພ້ອມທັງເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ P4G.

ຕອບກັບ

ຂ່າວ/ບົດ​ອື່ນ