ລັດ​ເຊຍ, ຢູ​ແກຼນ ກຽມ​ພ້ອມ​ແກ້​ໄຂ​ການ​ປະ​ທະ​ກັນ​ຜ່ານ​ການ​ເຈ​ລະ​ຈາ

(VOVWORLD) -  ຖ້າຫາກວ່າ ຢູແກຼນ ກຽມພ້ອມ ແລະ ເປີດອົກເປີດໃຈກັບແນວຄວາມຄິດເຈລະຈາ, ປະເທດນີ້ຕ້ອງປະຕິບັດບັນດາບາດກ້າວເພື່ອລົບລ້າງສິ່ງກີດຂວາງທັງໝົດກ່ຽວກັບດ້ານນິຕິກຳທີ່ກ່ຽວຂ້ອງເຖິງວຽກງານເຈລະຈາ ກັບ ມົດສະກູ.
ລັດ​ເຊຍ, ຢູ​ແກຼນ ກຽມ​ພ້ອມ​ແກ້​ໄຂ​ການ​ປະ​ທະ​ກັນ​ຜ່ານ​ການ​ເຈ​ລະ​ຈາ - ảnh 1ທ່ານ Dmitry Peskov ໂຄສົກວັງ Kremlin  (ພາບ: IRNA/TTXVN)

ເມື່ອຕອບສຳພາດໃນກອງປະຊຸມຖະແຫຼງຂ່າວວັນທີ 22 ກຸມພາ, ຢູ່ມົດສະກູ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສະແດງເປັນຫຼາຍຄັ້ງແລ້ວວ່າ ກຽມພ້ອມແກ້ໄຂບັນດາບັນຫາກັບ ຢູແກຼນ ຜ່ານການເຈລະຈາ, “ແລະອີກຄັ້ງໜຶ່ງເຈດຕະນາດີນີ້ໄດ້ຮັບການຢັ້ງຢືນ”.

        ເຖິງຢ່າງໃດກໍຕາມ, ຜູ້ຕາງໜ້າວັງ Kremlin ໃຫ້ຮູ້ວ່າ ປັດຈຸບັນ ຍັງບໍ່ທັນມີແຜນການລະອຽດໃຫ້ແກ່ບັນດາການເຈລະຈາກັບ ຢູແກຼນ ກ່ຽວກັບຄຳສັ່ງຢຸດຕິບັນດາການເຄື່ອນໄຫວທາງທະຫານຕໍ່ບັນດາພື້ນຖານໂຄງລ່າງພົນລະເຮືອນ. ທ່ານ Peskov ອະທິປາຍວ່າ ທ່ານປະທານາທິບໍດີ Putin ໄດ້ອະທິປາຍຄວາມສັບສົນຂອງຫົວຂໍ້ນີ້ໃນວັນທີ 21 ເມສາ ເມື່ອຕອບສຳພາດຕໍ່ນັກຂ່າວແລ້ວ. ທ່ານ Peskov ກໍເຜີຍໃຫ້ຮູ້ຕື່ມອີກວ່າ ຖ້າຫາກວ່າ ຢູແກຼນ ກຽມພ້ອມ ແລະ ເປີດອົກເປີດໃຈກັບແນວຄວາມຄິດເຈລະຈາ, ປະເທດນີ້ຕ້ອງປະຕິບັດບັນດາບາດກ້າວເພື່ອລົບລ້າງສິ່ງກີດຂວາງທັງໝົດກ່ຽວກັບດ້ານນິຕິກຳທີ່ກ່ຽວຂ້ອງເຖິງວຽກງານເຈລະຈາ ກັບ ມົດສະກູ.

        ສ່ວນຝ່າຍ ຢູແກຼນ, ໃນວັນດຽວກັນ, ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ Kiev, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃຫ້ຮູ້ວ່າ ປະເທດນີ້ ພ້ອມແລ້ວທີ່ຈະເຈລະຈາກັບ ລັດເຊຍ “ພາຍໃຕ້ບໍ່ວ່າຮູບແບບໃດ” ພາຍຫຼັງມີຄຳສັ່ງຢຸດຍິງ; ແລະ ບໍ່ວ່າການປຶກສາຫາລືໃດກ່ຽວກັບຂໍ້ຕົກລົງສັນຕິພາບ ຈະໄດ້ດຳເນີນພາຍຫຼັງທີ່ການປະທະກັນຖືກຢຸດຕິລົງ.

ຕອບກັບ

ຂ່າວ/ບົດ​ອື່ນ