ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ​ ເຮັດ​ວຽກ​ກັບ​ການ​ນຳ ແລະ ບັນ​ດາ​ສະ​ມາ​ຊິກ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ

(VOVWORLD) -  ຕອນເຊົ້າວັນທີ 9 ມີນາ, ຢູ່ນະຄອນຫຼວງ Canberra (ອົດສະຕາລີ), ເນື່ອງໃນໂອກາດໄປຢ້ຽມຢາມອົດສະຕາລີ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການເຮັດວຽກກັບການນຳ ແລະ ບັນດາສະມາຊິກ ສະມາຄົມນັກທຸລະກິດ ຫວຽດນາມ ຢູ່ ອົດສະຕາລີ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ​ ເຮັດ​ວຽກ​ກັບ​ການ​ນຳ ແລະ ບັນ​ດາ​ສະ​ມາ​ຊິກ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ຫວຽດ​ນາມ ປະ​ຈຳ ອົດ​ສະ​ຕາ​ລີ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບບັນດາສະມາຊິກ ສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ອົດສະຕາລີ (ພາບ: VOV)

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນ ລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ພວມມີການພັດທະນາຢ່າງດີງາມ. ວົງເງິນການຄ້າສອງຝ່າຍໃນປີ 2023 ບັນລຸ ລະດັບເກືອບ 14 ຕື້ USD, ສອງປະເທດໄດ້ກາຍເປັນໜຶ່ງ ໃນຈຳນວນ 10 ຄູ່ຮ່ວມມືທາງການຄ້າແຖວໜ້າຂອງກັນ. ການນຳສອງປະເທດໄດ້ຮັບຮອງເອົາຍຸດທະສາດ ເພີ່ມທະວີການຮ່ວມມືດ້ານເສດຖະກິດ ຫວຽດນາມ - ອົດສະຕາລີ. ນີ້ແມ່ນພື້ນຖານຢ່າງໝັ້ນແກ່ນ ເພື່ອໃຫ້ບັນດາວິສາຫະກິດ ອົດສະຕາລີ ເວົ້າລວມ ແລະ ປະຊາຄົມ ວິສາຫະກິດ ຫວຽດນາມ ປະຈຳ ອົດສະຕາລີ ເວົ້າສະເພາະ ເພື່ອສືບຕໍ່ຍູ້ແຮງການຮ່ວມມືກັບບັນດາວິສາຫະກິດ ຫວຽດນາມ. ພິເສດ, ໃນໂອກາດ ສອງປະເທດ ຫາກໍ່ ຍົກລະດັບການພົວພັນຂຶ້ນສູ່ລະດັບສູງທີ່ສຸດ ແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານ, ດ້ວຍການຮ່ວມມື ໃນ 6 ຂົງເຂດທີ່ສູງກ່ວາ ເມື່ອທຽບໃສ່ກັບຂອບເຂດໃນເມື່ອກ່ອນ, ໃນນັ້ນມີການຮ່ວມມື ດ້ານເສດຖະກິດ, ການຄ້າ, ການລົງທຶນຢ່າງຮອບດ້ານ, ກວມລວມ, ແທດຈິງ ແລະ ມີປະສິດທິຜົນ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບ ການນຳ ແລະ ຜູ້ຕາງໜ້າສະມາຄົມປັນຍາຊົນ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ອົດສະຕາລີ (VASEA).         ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີ ໃຫ້ VASEA ເປັນຂົວເຊື່ອມຕໍ່, ເປັນກຳລັງຫຼັກແຫຼ່ງ ໃນການເສີມຂະຫຍາຍ ບົດບາດຂອງປັນຍາຊົນ, ນັກຊ່ຽວຊານ ຫວຽດນາມ ຢູ່ ອົດສະຕາລີຢ່າງສຸດຂີດ, ສືບຕໍ່ເຊື່ອມຕໍ່ບັນດາປັນຍາຊົນ, ນັກວິທະຍາສາດ, ພື້ນຖານຄົ້ນຄ້ວາ, ບຳລຸງສ້າງ, ວິສາຫະກິດ ຂອງ ອົດສະຕາລີ ແລະ ສົມທົບກັບບັນດາກະຊວງ, ຂະແໜງການ ຫວຽດນາມ ເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ