ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄປສຳຫລວດບາງກິດຈະກຳຈຸດສຸມຢູ່ ຟູອຽນ

(VOVWORLD) -ຕອນເຊົ້າວັນທີ  8 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະປະຕິບັດງານ ໄດ້ລົງສຳຫລວດບາງກິດຈະກຳ, ໂຄງການຢູ່ບໍລິເວນແຂວງ ຟູອຽນ ແລະ ເສັ້ນທາງຄວາມໄວສູງ ເຫນືອ - ໃຕ້ ຕອນຜ່ານແຂວງ ຟູອຽນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄປສຳຫລວດບາງກິດຈະກຳຈຸດສຸມຢູ່ ຟູອຽນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄປສຳຫລວດບາງກິດຈະກຳຈຸດສຸມຢູ່ ຟູອຽນ. (ພາບ:VGP/Nhật Bắc)

ທ່ານນາຍົກລັດຖະມົນຕີ ສະເຫນີ ແຂວງ ຟູອຽນ ສົມທົບກັບບັນດາກະຊວງ, ຂະແຫນງການ ຜັນຂະຫຍາຍການພັດທະນາເຂດຕາມການວາງແຜນຜັງທີ່ໄດ້ຮັບການເຊັນອະນຸມັດ ພ້ອມທັງຄົ້ນຄ້ວາພັດທະນາບັນດາຂະແຫນງ, ຂົງເຂດ ຕາມທິດນຳໃຊ້ເຕັກໂນໂລຊີສູງ, ເຕັກໂນໂລຊີຂຽວເປັນມິດກັບສິ່ງແວດລ້ອມ. ພິເສດ ພັດທະນາບັນດາຂະແຫນງຕ້ອງມີຄວາມກົມກຽວ, ມີນະໂຍບາຍດຶງດູດການລົງທຶນ ເປັນຕົ້ນແມ່ນລະດົມບັນດາແຫລ່ງກຳລັງຕາມວິທີການຮ່ວມມື ພາກລັດ ແລະ ເອກະຊົນ ເພື່ອພັດທະນາເຂດໃຫ້ກາຍເປັນບັນດາກຳລັງຫນູນເຕີບໂຕຂອງແຂວງ ແລະ ຂອງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ