ທ່ານ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ​ສິ້ນ​ສຸດ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 42 ຢ່າງ​ຈົບ​ງາມ

(VOVWORLD) - ໃນລະຫວ່າງວັນທີ 10 – 11 ພຶດສະພາ, ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ພ້ອມກັບການນຳບັນດາປະເທດ ອາຊຽນໄດ້ເຫັນດີເປັນເອກະພາບການກຳນົດທິດທີ່ສຳຄັນຫຼາຍຢ່າງໃຫ້ແກ່ການຮ່ວມມື ອາຊຽນ 2023 ແລະ ຊຸມປີຈະມາເຖິງ. 
ທ່ານ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ​ສິ້ນ​ສຸດ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 42 ຢ່າງ​ຈົບ​ງາມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງສິ້ນສຸດການເດີນທາງໄປປະຕິບັດງານຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ຢ່າງຈົບງາມ 

ວາລະປະຊຸມວົງແຄບກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ດຳເນີນໃນຕອນເຊົ້າວັນທີ 11 ພຶດສະພາ ໄດ້ອັດແຜນການເຄື່ອນໄຫວຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 42 ຢູ່ ອິນໂດເນເຊຍ. ພາຍຫຼັງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເດີນທາງອອກຈາກ Labuan Bajo (ປະເທດ ອິນໂດເນເຊຍ) ກັບເມືອປະເທດ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດຢູ່ ອິນໂດເນເຊຍ.

ໃນລະຫວ່າງວັນທີ 10 – 11 ພຶດສະພາ, ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ພ້ອມກັບການນຳບັນດາປະເທດ ອາຊຽນໄດ້ເຫັນດີເປັນເອກະພາບການກຳນົດທິດທີ່ສຳຄັນຫຼາຍຢ່າງໃຫ້ແກ່ການຮ່ວມມື ອາຊຽນ 2023 ແລະ ຊຸມປີຈະມາເຖິງ. ບັນດາການແລກປ່ຽນແມ່ນສຸມໃສ່ຫົວຂໍ້ “ອາຊຽນ ມີຄວາມສຳຄັນ: ສູນກາງແຫ່ງການຈະເລີນເຕີບໂຕ”. ໝາກຜົນຂອງກອງປະຊຸມໄດ້ສົ່ງສານໃຫຍ່ຫຼວງຫຼາຍຢ່າງກ່ຽວກັບຄວາມສາມັກຄີ, ຍູ້ແຮງການຮ່ວມມືໃນບາງຂົງເຂດໃໝ່, ກຳນົດທິດການພັດທະນາແບບຍືນຍົງ ແລະ ກວມລວມ.

ກອງປະຊຸມໄດ້ຮັບຮອງເອົາເອກະສານ 10 ສະບັບ, ໃນນັ້ນມີບັນດາຖະແຫຼງການຮ່ວມກ່ຽວກັບການພັດທະນາລະບົບນິເວດນຳໃຊ້ລົດໄຟຟ້າຢູ່ພາກພື້ນ, ຂໍ້ລິເລີ່ມເພື່ອສຸຂະພາບອາຊຽນ, ຊຸກຍູ້ການເຊື່ອມຕໍ່ການຊຳລະໃນພາກພື້ນ ແລະ ເພີ່ມທະວີການແລກປ່ຽນຄ້າຂາຍດ້ວຍສະກຸນເງິນບັນດາປະເທດ ອາຊຽນ, ສ້າງເຄືອນຂ່າຍໝູ່ບ້ານຕາແສງໃນອາຊຽນ, ຕ້ານການຄ້າມະນຸດໂດຍສວຍໃຊ້ເຕັກໂນໂລຢີ, ປົກປ້ອງແຮງງານອົບພະຍົບໃນບັນດາກໍລະນີເກີດວິກິດການ, ປົກປ້ອງ ແລະ ຊຸກຍູ້ສິດພິເສດຂອງຊາວປະມົງໃນການອົບພະຍົບ ແລະ ວິວັດທະນາການຮັບປະເທດ Timor-Leste ເຂົ້າເປັນສະມາຊິກຂອງ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ