ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ນະຄອນໂຮ່ຈີມິນ ຕ້ອງຍາດເວລາຄຳເພື່ອຄວບຄຸມໂລກລະບາດໃຫ້ໄວທີ່ສຸດເທົ່າທີ່ເຮັດໄດ້

(VOVWORLD) -ຕອນເຊົ້າວັນທີ 26 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ລົງກວດກາບັນດາຮາກຖານແຍກຕົວຂັ້ນຕາແສງ, ບ້ານທີ່ສະຫງວນໃຫ້ກໍລະນີຕິດເຊື້ອແມ່ນ F0 ແລະ F1 ຢູ່ ທູດຶກ, ນະຄອນໂຮ່ຈີມິນ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ນະຄອນໂຮ່ຈີມິນ ຕ້ອງຍາດເວລາຄຳເພື່ອຄວບຄຸມໂລກລະບາດໃຫ້ໄວທີ່ສຸດເທົ່າທີ່ເຮັດໄດ້ - ảnh 1(ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ລົງກວດກາຢູ່ນະຄອນໂຮ່ຈີມິນ)

ຢູ່ບັນດາສະຖານທີ່ທີ່ລົງກວດກາແມ່ນບັນດາເຂດແຍກຕົວລວມໝູ່ຊົ່ວຄາວຢູ່ນະຄອນ ທູດຶກ, ສະຖານທີ່ຮັບປະກັນຊີວິດສັງຄົມຮີບດ່ວນຢູ່ບ້ານ ກາດລາຍ ແລະ ເຂດແຍກຕົວ F1 ຂອງຜູ້ອອກຮງງານບໍລິສັດໃຫຍ່ ເຕີນກາງໄຊ່ງ່ອນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ທາງນະຄອນຈົ່ງຍາດເວລາຄຳເມື່ອພວມປະຕິບັດການແຍກຫ່າງສັງຄົມເພື່ອວິໄຈຫາຜູ້ຕິດເຊື້ອ F0, ຕ້ອງວິໄຈໃນວົງກວ້າງ, ມີວິທີການປິ່ນປົວ F0 ໃຫ້ເໝາະສົມ. ຄຽງຂ້າງນັ້ນ, ຕ້ອງຮັບປະກັນຊີວິດສັງຄົມ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ປະຊາຊົນຕ້ອງສາມາດສຳຜັດດ້ານການແພດໂດຍໄວ. ພ້ອມທັງທາງນະຄອນຕ້ອງສ້າງຕັ້ງສູນບັນຊາ, ປ້ອມສາທາລະນະສຸກເຄື່ອນທີ, ບໍ່ພຽງແຕ່ຜູ້ຕິດເຊື້ອພະຍາດໂຄວິດ-19 ເທົ່ານັ້ນ ຫາກຍັງບັນດາພະຍາດອື່ນອີກດ້ວຍ.

        ເມື່ອໂອ້ລົມກັບກຳລັງເສນາຮັກ ແລະ ປ້ອມກວດກາ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກຳລັງປະກອບອາວຸດເພີ່ມຕື່ມຕ້ອງລະດົມກຳລັງໃຈປະຊາຊົນ, ຊ່ວຍເຫຼືອປະຊາຊົນ, ຮັບຟັງຄວາມໃນໃຈ ຄວາມມຸ່ງມາດປາດຖະໜາ, ຄຳສ່ອງແສງຂອງປະຊາຊົນຢ່າງທັນການ, ຮຽກຮ້ອງໃຫ້ປະຊາຊົນເຂົ້າຮ່ວມການປ້ອງກັນ ຕ້ານໂລກລະບາດ.

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຮັດວຽກກັບນະຄອນ ໂຮ່ຈີມິນ ກ່ຽວກັບການແຍກຫ່າງສັງຄົມ ແລະ ບັນດາມາດຕະການໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ