ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ສາ​ມັກ​ຄີ ແລະ ເຊື່ອ​ໝັ້ນ​ຕໍ່​ລັດ​ຖະ​ບານ​ຊຸດ​ໃໝ່

(VOVWORLD) -ໃນບົດກ່າວປາໄສຂອງຕົນ, ທ່ານນາຍົກລັດຖະມົນຕີ ມາເລເຊຍ ຍັງໄດ້ນຳໃຊ້ຄຳວ່າ “ຄອບຄົວ ມາເລເຊຍ” ເພື່ອຮຽກຮ້ອງໃຫ້ສະມາຊິກລັດຖະສະພາທຸກຄົນ ຈົ່ງສາມັກຄີກັນ, ປະຄວາມບໍ່ລົງລອຍກັນໄວ້ ແລ້ວຮ່ວມມືກັນ, ມຸ່ງໄປເຖິງການສ້າງຄວາມເຫັນດີເຫັນພ້ອມ ເພື່ອຊາຍຄາລວມ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ສາ​ມັກ​ຄີ ແລະ ເຊື່ອ​ໝັ້ນ​ຕໍ່​ລັດ​ຖະ​ບານ​ຊຸດ​ໃໝ່ - ảnh 1ທ່ານນາຍົກລັດຖະມົນຕີ ມາເລເຊຍ  Ismail Sabri Yaakob ສາບານຕົວຮັບດຳລົງຕຳແໜ່ງ (ພາບ: TTXVN)

ຕອນບ່າຍວັນທີ 22 ສິງຫາ, ພາຍຫຼັງໄດ້ຮັບດຳລົງຕໍາແໜ່ງໜຶ່ງວັນ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Ismail Sabri Yaakob ໄດ້ມີບົດກ່າວປາໄສທຳອິດຕໍ່ໜ້າມວນຊົນ ແລະ ໄດ້ຮັບການຖ່າຍທອດສົດທາງໂທລະພາບໃນທົ່ວປະເທດ ແລະ ຜ່ານສື່ສັງຄົມອອນລາຍຕ່າງໆ.

        ນະທີ່ນີ້, ທ່ານນາຍົກລັດຖະມົນຕີ Ismail Sabri Yaakob ສະແດງຄວາມຮູ້ບຸນຄຸນມາຍັງພະກະສັດ Al – Sultan Abdulah ແລະ ສະພາລາຊາທິປະໄຕທຸກຖ້ວນໜ້າທີ່ໄດ້ມີຄວາມເຊື່ອໝັ້ນແຕ່ງຕັ້ງທ່ານເປັນນາຍົກລັດຖະມົນຕີ. ໃນບົດກ່າວປາໄສຂອງຕົນ, ທ່ານນາຍົກລັດຖະມົນຕີ ມາເລເຊຍ ຍັງໄດ້ນຳໃຊ້ຄຳວ່າ “ຄອບຄົວ ມາເລເຊຍ” ເພື່ອຮຽກຮ້ອງໃຫ້ສະມາຊິກລັດຖະສະພາທຸກຄົນ ຈົ່ງສາມັກຄີກັນ, ປະຄວາມບໍ່ລົງລອຍກັນໄວ້ ແລ້ວຮ່ວມມືກັນ, ມຸ່ງໄປເຖິງການສ້າງຄວາມເຫັນດີເຫັນພ້ອມ ເພື່ອຊາຍຄາລວມ. ທ່ານກໍຮຽກຮ້ອງປະຊາຊົນ ຈົ່ງມີຄວາມເຊື່ອໝັ້ນຕໍ່ລັດຖະບານໃໝ່; ພ້ອມທັງຖືວ່າ ອຳນາດການປົກຄອງໃໝ່ ຈະມານະພະຍາຍາມນຳ ມາເລເຊຍ ຜ່ານຜ່າວິກິດການດ້ານສາທາລະນະສຸກ ແລະ ເສດຖະກິດ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19.


ຕອບກັບ

ຂ່າວ/ບົດ​ອື່ນ