ທ່ານນາຍົກລັດຖະມົນຕີ ຢູແກຼນ ແຈ້ງຂ່າວ ຄາດຄະເນຈະສ້າງຕັ້ງພັນທະມິດ

ທ່ານນາຍົກລັດຖະມົນຕີ ຢູແກຼນ ແຈ້ງຂ່າວ ຄາດຄະເນຈະສ້າງຕັ້ງພັນທະມິດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຢູ​ແກຼນ Arseniy Yatsenyuk
(ພາບ: baotintuc.vn)


(vovworld) – ວັນ​ທີ 29/10, ທ່ານ​ນາຍົກລັດຖະມົນຕີ ຢູ​ແກຼນ Arseniy Yatsenyuk ຖະ​ແຫຼ​ງວ່າ ພັກ “​ແນວ​ໂຮມ​ປະຊາຊົນ” ຂອງ​ທ່ານ, ພັກ​ທີ່ພວມ​ນຳ​ໜ້າ​ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້​ໂດຍ​ຊົ່ວຄາວ, ຕ້ອງ​ສ້າງ​ຕັ້ງ​ພັນທະ​ມິດ​ດ້ວຍ​ຕົນ​ເອງ​ທີ່​ມີ​ຊື່ວ່າ “ຢູ​ແກຼນ ຂອງ​ເອີ​ລົບ” ​ແລະ ທ່ານ​ຈະ​ຊີ້​ນຳ​ນະພາ​ລັດຖະບານ. ທ່ານ​ນາຍົກລັດຖະມົນຕີ Yatsenyuk ຢືນຢັນ​ພັກ “ກຸ່ມ Poroshenko” ຂອງ​ທ່ານ​ປະທານາທິບໍດີ Petro Poroshenko ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ການ​ສ້າງ​ຕັ້ງ​ພັນທະ​ມິດ, ພ້ອມ​ທັງ​ໃຫ້​ຮູ້​ວ່າ, ​ເພື່ອ​ສຳພັນທະ​ມິດ​​ຕ້ອງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ພັກ “Batkicdhina” (ປະ​ເທດ​ຊາດ), “Samopomich” (ກຸ​​ຕົນ​ເອງ) ​ແລະ ພັກ​ສັງຄົມ​ກ້າວໜ້າ. ທ່ານ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ທ່ານປະທານາທິບໍດີ Poroshenko ຈະ​ສະໜັບສະໜູນ​ບັນດາ​ຫຼັກການ​ກະຈ່າງ​ແຈ້ງ​ໃນ​ການ​ສ້າງ​ຕັ້ງ​ລັດຖະບານ.

ຂ່າວ/ບົດ​ອື່ນ