ທ່ານນາຍົກລັດຖະມົນຕີ ລາວ ສິ້ນສຸດການຢ້ຽມຢາມທາງການ ຫວຽດນາມ ຢ່າງຈົບງາມ

(VOVWORLD) - ໃນເວລາຢູ່ຢ້ຽມຢາມ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເຂົ້າຢ້ຽມຂ່ຳນັບບັນດາການນຳ ຫວຽດນາມ; ພ້ອມກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໂອ້ລົມເຈລະຈາ, ເປັນສັກຂີພິຍານພິທີລົງນາມບັນດາເອກະສານຮ່ວມມືລະຫວ່າງສອງປະເທດ, ເຂົ້າຮ່ວມງານລ້ຽງຕ້ອນຮັບທາງການ...
ທ່ານນາຍົກລັດຖະມົນຕີ ລາວ ສິ້ນສຸດການຢ້ຽມຢາມທາງການ ຫວຽດນາມ ຢ່າງຈົບງາມ - ảnh 1ກອງປະຊຸມຄັ້ງທີ 46 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ
(ພາບ:VOV)

ຕອນບ່າຍວັນທີ 7 ມັງກອນ, ທ່ານນາຍົກລັດຖະມົນຕີ ສປປ ລາວ ສອນໄຊ ສີພັນດອນ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງລັດຖະບານລາວ ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມທາງການ ຫວຽດນາມ ຢ່າງຈົບງາມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 46 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ແຕ່ວັນທີ 6 – 7 ມັງກອນ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.

        ໃນເວລາຢູ່ຢ້ຽມຢາມ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ເຂົ້າຢ້ຽມຂ່ຳນັບບັນດາການນຳ ຫວຽດນາມ; ພ້ອມກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໂອ້ລົມເຈລະຈາ, ເປັນສັກຂີພິຍານພິທີລົງນາມບັນດາເອກະສານຮ່ວມມືລະຫວ່າງສອງປະເທດ, ເຂົ້າຮ່ວມງານລ້ຽງຕ້ອນຮັບທາງການ, ເຂົ້າຮ່ວມກອງປະຊຸມຮ່ວມມືລົງທຶນ ຫວຽດນາມ - ລາວ 2024, ເຂົ້າຮ່ວມກອງປະຊຸມຄັ້ງທີ 46 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ…

        ການນຳສອງທ່ານໄດ້ເຫັນດີເປັນເອກະພາບຈະຫັນ ແລະ ປະຕິບັດຂໍ້ຕົກລົງລະຫວ່າງສອງກົມການເມືອງ ຫວຽດນາມ - ລາວ ແລະ ໝາກຜົນການພົບປະລະຫວ່າງບັນດາການນຳ 3 ພັກລະຫວ່າງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຫງວຽນຝູຈ້ອງ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ປະທານພັກປະຊາຊົນ ກຳປູເຈຍ (CPP) Hun Sen ໃຫ້ເປັນອັນລະອຽດ  ແລະ ມີປະສິດທິຜົນ; ຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງລັດຖະບານສອງປະເທດໃຫ້ເປັນຢ່າງດີ, ໃນນັ້ນ, ມີຂໍ້ຕົກລົງຍຸດທະສາດຮ່ວມມື ຫວຽດນາມ - ລາວ ໄລຍະ 2021 – 2030; ສັນຍາກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ - ລາວ ໄລຍະ 2021 – 2025 ແລະ ຂໍ້ຕົກລົງກ່ຽວກັບແຜນການຮ່ວມມື ຫວຽດນາມ - ລາວ 2024. ສອງຝ່າຍເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ ຫວຽດນາມ - ລາວ, ພິເສດແມ່ນກ່ຽວກັບລະບອບລະບຽບການ, ການເງິນ, ພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ, ໂທລະຄົມມະນາຄົມ, ການທ່ອງທ່ຽວ…

ຕອບກັບ

ຂ່າວ/ບົດ​ອື່ນ