ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສປປ ​ລາວ ສິ້ນ​ສຸດການ​ຢ້ຽມ​ຢາມ ສສ ຫວຽດ​ນາມ ເປັນ​ທາງ​ການຢ່າງ​ຈົບ​ງາມ

(VOVWORLD) - ບັນດາການພົບປະເຈລະຈາ, ພົບປະໂອ້ລົມ, ການພົບປະການນຳຂັ້ນສູງ, ສອງຝ່າຍຢືນຢັນຄືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງທັງສອງປະເທດ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບູລິມະສິດສູງສຸດ ໃນການປັບປຸງ ແລະ ເພີ່ມທະວີການພົວພັນອັນຍີ່ງໃຫ່ຍ, ຄວາມສາມັກຄີແບບພິດເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ. ສອງຝ່າຍສືບຕໍ່ຮັກສາບັນດາການຢ້ຽມຢາມ, ພົບປະການນຳຂັ້ນສູງ  ແລະ ທຸກຂັ້ນພາຍໃຕ້ບັນດາຮູບການຢ່າງມີໄຫວພິບ, ຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັນສູງຢ່າງມີປະສິດທິຜົນ.
ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສປປ ​ລາວ ສິ້ນ​ສຸດການ​ຢ້ຽມ​ຢາມ ສສ ຫວຽດ​ນາມ ເປັນ​ທາງ​ການຢ່າງ​ຈົບ​ງາມ - ảnh 1ທ່ານນາຍົກລັດຖະມົນຕີ ສປປ ລາວ ພັນຄຳ ວິພາວັນ 

ຕອນບ່າຍ ວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ສປປ ລາວ ພັນຄຳ ວິພາວັນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ລັດຖະບານໄດ້ເດີນທາງອອກຈາກ ນະຄອນຫຼວງ ຮ່າໂນຍ, ສິ້ນສຸດການຢ້ຽມຢາມ ສສ ຫວຽດນາມ ເປັນທາງການຢ່າງຈົບງາມ ໃນລະຫ່ວາງວັນທີ 08 -10 ມັງກອນ 2022, ໂດຍຕອບສະໜອງຄຳເຊີນຂອງ ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ. ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ແລະ ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ໄດ້ພົບປະເຈລະຈາ ໂດຍເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມມື, ພິທີເປີດປີ ສາມັກຄີມິດຕະພາບ ຫວຽດນາມ-ລາວ, ເປັນປະທານຮ່ວມ ກອງປະຊຸມຄັ້ງທີ 44 ຂອງ ຄະນະກຳມະການຮ່ວມມື ທະວີພາຄີ ລະຫວ່າງລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ລັດຖະບານແຫ່ງ ສປປ ລາວ, ພົບປະກັບນັກທຸລະກິດສອງປະເທດ ທ່ານນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ  ໄດ້ເຂົ້າຢ້ຽມຂຳນັບ ທ່ານເລຂາທິການໃຫ່ຍ ຫງວຽນຟູຈ້ອງ; ພົບປະໂອ້ລົມກັບ ທ່ານປະທານປະເທດ ຫງວຽນ ຊ່ວນ ຟຸກ; ພົບປະໂອ້ລົມກັບ ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫ້ວ, ນຳໜ້າ ຄະນະຜູ້ແທນຂັ້ນສູງ ລັດຖະບານລາວ ໄດ້ໄປວາງພວງມາລາຢູ່ສຸສານ ແລະ ຄຳນັບ ປະທານ ໂຮ່ຈີມິນ,  ແລະ ອະນຸສາວາລີ ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ( ຖະໜົນ ບັກເຊີນ, ຮ່າໂນ້ຍ).

ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສປປ ​ລາວ ສິ້ນ​ສຸດການ​ຢ້ຽມ​ຢາມ ສສ ຫວຽດ​ນາມ ເປັນ​ທາງ​ການຢ່າງ​ຈົບ​ງາມ - ảnh 2ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ແລະ ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ

ບັນດາການພົບປະເຈລະຈາ, ພົບປະໂອ້ລົມ, ການພົບປະການນຳຂັ້ນສູງ, ສອງຝ່າຍຢືນຢັນຄືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງທັງສອງປະເທດ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບູລິມະສິດສູງສຸດ ໃນການປັບປຸງ ແລະ ເພີ່ມທະວີການພົວພັນອັນຍີ່ງໃຫ່ຍ, ຄວາມສາມັກຄີແບບພິດເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ. ສອງຝ່າຍສືບຕໍ່ຮັກສາບັນດາການຢ້ຽມຢາມ, ພົບປະການນຳຂັ້ນສູງ  ແລະ ທຸກຂັ້ນພາຍໃຕ້ບັນດາຮູບການຢ່າງມີໄຫວພິບ, ຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັນສູງຢ່າງມີປະສິດທິຜົນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ເຫັນດີສົມທົບກັນຜັນຂະຫຍາຍບັນດາສັນຍາ, ຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານເສດຖະກິດຢ່າງມີປະສິດທິຜົນ; ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ສະເໜີບັນດາກົນໄກນະໂຍບາຍໃໝ່ທີ່ສອດຄ່ອງກັບລັກສະນະສະເພາະຂອງສາຍພົວພັນ ຫວຽດນາມ - ລາວ, ສ້າງກອບນິຕິກຳທີ່ມີຄວາມສະຖຽນລະພາບ ແລະ ໂປ່ງໃສ, ສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ສະດວກໃຫ້ແກ່ວິສາຫະກິດ 2 ປະເທດ, ໜູນຊ່ວຍແຫຼ່ງກຳລັງຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ. ພ້ອມກັນນັ້ນ, ສືບຕໍ່ຍົກສູງຄຸນນະພາບການຮ່ວມມືດ້ານການສຶກສາ - ບຳລຸງສ້າງ; ເພີ່ມທະວີການພົວພັນແລກປ່ຽນກ່ຽວກັບວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ; ຊຸກຍູ້ການຮ່ວມມືໃນຂົງເຂດກະສິກຳປອດສານພິດ, ການຄ້າເອເລັກໂຕນິກ, ຫັນເປັນດີຈີຕອນ ແລະ ປ່ຽນແປງໃໝ່ຄວາມປະດິດຄິດສ້າງ. 2 ຝ່າຍກໍ່ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນກັນໃນບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນ ອາຊຽນ, ສປຊ ແລະ ບັນດາກົນໄກການຮ່ວມມືອະນຸພາກພື້ນແມ່ນຳ້ຂອງ; ພ້ອມກັບບັນດາປະເທດ ອາຊຽນ ສະໜັບສະໜູນ ກຳປູເຈຍ ດຳລົງຕຳແໜ່ງເປັນປະທານ ອາຊຽນ 2022 ໃຫ້ປະສົບຜົນສຳເລັດ, ມານະພະຍາຍາມຮັກສາຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມ ແລະ ບົດບາດໃຈກາງຂອງ ອາຊຽນ, ສ້າງປະຊາຄົມ ອາຊຽນ ຢ່າງປະສົບຜົນສຳເລັດ; ສະໜັບສະໜູນ ກຳປູເຈຍ ໃນການຊຸກຍູ້ປະຕິບັດການເຫັນດີເຫັນພ້ອມ 5 ບັນຫາຂອງ ອາຊຽນ, ໃນນັ້ນມີການຢຸດຕິການໃຊ້ຄວາມຮຸນແຮງ, ຢຸດຍິງ ແລະ ຊຸກຍູ້ການໜູນຊ່ວຍມະນຸດສະທຳໃຫ້ແກ່ ມຽນມາ. 2 ຝ່າຍກໍ່ເຫັນດີສືບຕໍ່ສົມທົບກັນຮັກສາຫຼັກໝັ້ນລວມຂອງ ອາຊຽນ ໃນບັນດາບັນຫາຍຸດທະສາດທີ່ກ່ຽວຂ້ອງກັບສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ