ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ການນຳແຂວງ Hyogo, ຍີ່ປຸ່ນ

(VOVWORLD) -  ຕອນບ່າຍວັນທີ 31 ຕຸລາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນແຂວງ Hyogo, ຍີ່ປຸ່ນ ໂດຍທ່ານ Toshizo Ido ຜູ້ວ່າການແຂວງນຳໜ້າ ທີ່ພວມມີການຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ການນຳແຂວງ Hyogo, ຍີ່ປຸ່ນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ການນຳແຂວງ Hyogo, ຍີ່ປຸ່ນ (ພາບ: VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະ ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ 2 ປະເທດ, ໃນນັ້ນ ມີການຊຸກຍູ້ບັນດາທ້ອງຖິ່ນຂອງ ຫວຽດນາມ ຮ່ວມມືກັບແຂວງ Hyogo. ທ່ານ ຫງວຽນຊວນຟຸກ ປາດຖະໜາວ່າ ແຂວງ Hyogo ຂອງ ຍີ່ປຸ່ນ ຍູ້ແຮງການຮ່ວມມືກັບບັນດາທ້ອງຖິ່ນຂອງ ຫວຽດນາມ ໃນຫລາຍຂົງເຂດ ເຊິ່ງແຂວງມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ ໃນບັນດາຂົງເຂດ ເຊິ່ງແຂວງມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ. ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ ຢ່າງປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ