ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບຄະນະຜູ້ແທນຄະນະກຳມະການເສດຖະກິດ ຍີ່ປຸ່ນ - ຫວຽດນາມ

(VOVWORLD)  -ຕອນບ່າຍວັນທີ 12 ທັນວາ, ຢູ່ ສຳນັກງານນາຍົກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກໄດ້ຕ້ອນຮັບຄະນະຜູ້ແທນຄະນະກຳມະການເສດຖະກິດ ຍີ່ປຸ່ນ - ຫວຽດນາມ ຂອງສະຫະພັນບັນດາອົງການຈັດຕັ້ງເສດຖະກິດ ຍີ່ປຸ່ນ (Keidanren).
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບຄະນະຜູ້ແທນຄະນະກຳມະການເສດຖະກິດ ຍີ່ປຸ່ນ - ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບຄະນະຜູ້ແທນຄະນະກຳມະການເສດຖະກິດ ຍີ່ປຸ່ນ - ຫວຽດນາມ (ພາບ: TTXVN)

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີແຈ້ງ, ໝາກຜົນການພົວພັນຮ່ວມມື, ການຄ້າ ແລະ ການລົງທຶນຢ່າງໜ້າປະທັບໃຈລະຫວ່າງສອງປະເທດໄລຍະເວລາຜ່ານມາວ່າມີແມ່ນປະກອບສ່ວນຢ່າງໃຫຍ່ຫຼວງຂອງ Keidanren; ຕີລາຄາສູງການປະກອບສ່ວນຂອງຄະນະກຳມະການເສດຖະກິດກໍ່ຄືບົດບາດຂອງປະທານຄະນະກຳມະການໃນຂໍ້ລິເລີ່ມລວມ ຫວຽດນາມ - ຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສະໜັບສະໜູນບັນດາວິສາຫະກິດ ຍີ່ປຸ່ນ ມາລົງທຶນ, ເຮັດທຸລະກິດຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາບັນດາຄູ່ຮ່ວມມື ຍີ່ປຸ່ນ ທຳມາຫາກິນຢູ່ ຫວຽດນາມ, ຜັນຂະຫຍາຍວຽກງານຢ່າງມີປະສິດທິຜົນ ແລະ ເຂັ້ມງວດ; ຂໍ້ລິເລີ່ມລວມໄດ້ແກ້ໄຂຫຼາຍບັນຫາ, ປະກອບສ່ວນປົວແປງສະພາບແວດລ້ອມແຫ່ງການລົງທຶນຂອງ ຫວຽດນາມ, ດຶງດູດວິສາຫະກິດ ຍີ່ປຸ່ນ ມາທຳມາຫາກິນຢູ່ ຫວຽດນາມ ໃຫ້ຫຼາຍຕື່ມອີກ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫວັງວ່າ, ໃນໄລຍະຈະມາເຖິງ, ບັນດານັກລົງທຶນ ຍີ່ປຸ່ນ ຈະບືນຕົວຂຶ້ນນຳໜ້າຢູ່ ຫວຽດນາມ.

   ຄະນະຜູ້ແທນຄະນະກຳມະການເສດຖະກິດ ຍີ່ປຸ່ນ - ຫວຽດນາມ ຂອງສະຫະພັນບັນດາອົງການຈັດຕັ້ງເສດຖະກິດ ຍີ່ປຸ່ນ (Keidanren), ໃຫ້ຮູ້ວ່າ ສອງປະເທດມີການເຄື່ອນໄຫວຮ່ວມມືມິດຕະພາບທີຕັ້ງໜ້າຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ