ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບປະທານາທິບໍດີ Donald Trump

(VOVWORLD) -  ຕອນທ່ຽງວັນທີ 27 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢູ່ສຳນັກງານລັດຖະບານ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບປະທານາທິບໍດີ Donald Trump - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບປະທານາທິບໍດີ Donald Trump (ພາບ: VGP)

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຂ່ຳນັບຊົມເຊີຍທ່ານປະທານາທິບໍດີ ອາເມລິກາ Donald Trump ຢ່າງສຸດໃຈທີ່ມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ແລະ ບັນດາການເຄື່ອນໄຫວ 2 ຝ່າຍກັບ ຫວຽດນາມ.

        ສ່ວນທ່ານປະທານາທິບໍດີ Donald Trump ໄດ້ສະແດງຄວາມຫວັງຕໍ່ ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ທີ່ດຳເນີນຢູ່ ຮ່າໂນ້ຍ ຈະປະສົບຜົນສຳເລັດຢ່າງດີງາມ. ທ່ານປະທານາທິບໍດີ Donald Trump ໄດ້ຕີລາຄາສູງວຽກງານກະກຽມຂອງ ຫວຽດນາມ ໃຫ້ແກ່ກອງປະຊຸມສຳຄັນນີ້.

2 ຝ່າຍພ້ອມກັນຫວນຄືນ ແລະ ສະແດງໃຫ້ເຫັນຄວາມເພີ່ງພໍໃຈຕໍ່ບັນດາບາດກ້າວນັບມື້ນັບແທດຈິງໃນການພົວພັນ 2 ປະເທດໃນໄລຍະຜ່ານມາໃນຫລາຍຂົງເຂດ, ຈາກດ້ານການເມືອງ - ການຕ່າງປະເທດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ ຕະຫລອດຮອດການແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ. 2 ຝ່າຍໄດ້ເຫັນດີເປັນເອກະພາບ ຄວນສືບຕໍ່ຜັນຂະຫຍາຍບັນດາກົນໄກຮ່ວມມືໃນປັດຈຸບັນຄື: ສັນຍາການຄ້າ ຫວຽດນາມ - ອາເມລິກາ ແລະ ສັນຍາແມ່ກ່ຽວກັບການຄ້າ ແລະ ການລົງທຶນ (TIFA), ພ້ອມທັງ ສືບຕໍ່ປຶກສາຫາລືກ່ຽວກັບຄວາມສາມາດຍົກລະດັບ, ກຳນົດຂອບເຂດການພົວພັນດ້ານການຄ້າ - ການລົງທຶນ, ເໝາະສົມກັບການພັດທະນາຂອງການພົວພັນເສດຖະກິດ - ການຄ້າ ແລະ ລັກສະນະຂອງການພົວພັນຄູ່ຮ່ວມມືຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ