ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ G20 ແລະ ຢ້ຽມຢາມ ຍີ່ປຸ່ນ ຢ່າງຈົບງາມ

(VOVWORLD) - ຄ່ຳຄືນວັນທີ 01 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ, ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບຄືນເມືອຮອດ ຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ G20  ແລະ ຢ້ຽມຢາມ ຍີ່ປຸ່ນ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. 

ໃນລະຫວ່າງວັນທີ 27 ມິຖຸນາ - ວັນທີ 01 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມການເຄື່ອນໄຫວຫລາຍຝ່າຍ, 2 ຝ່າຍ, ການພົບປະຂັ້ນສູງ, ການສົ່ງເສີມການຄ້າ ແລະ ການພົວພັນແລກປ່ຽນປະຊາຊົນເກືອບ 60 ການເຄື່ອນໄຫວ.

        ເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ Osaka ດ້ວຍຖານະບົດບາດເປັນແຂກຖືກເຊີນພິເສດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມການປຶກສາຫາລືໃນທຸກວາລະປະຊຸມຂອງກອງປະຊຸມ ແລະ ປະກອບຄຳເຫັນໃສ່ຮ່າງຖະແຫຼງການຮ່ວມຂອງກອງປະຊຸມ. ຢູ່ນອກກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ໄດ້ມີບັນດາການພົບປະເຈລະຈາ, ການແລກປ່ຽນ 2 ຝ່າຍກັບການນຳບັນດາປະເທດ G20, ບັນດາອົງການຈັດຕັ້ງສາກົນ: ປະທານປະເທດ ຈີນ, ບັນດາປະທານາທິບໍດີ: ລັດເຊຍ, ອາເມລິກາ, ຝຣັ່ງ, ສ.ເກົາຫຼີ, ຈີເລ, ຕວກກີ, ອາກຊັງຕີນ, ບັນດານາຍົກລັດຖະມົນຕີ: ເຢຍລະມັນ, ການາດາ, ສິງກະໂປ, ໂຮນລັງ, ອົດສະຕາລີ, ອິນເດຍ ແລະ ພົບປະກັບການນຳບັນດາອົງການຈັດຕັ້ງສາກົນ.

        ໃນລາຍການຢ້ຽມຢາມ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ທີ່ການພົບປະ, 2 ຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການແກ້ໄຂບັນດາສິ່ງຕິດຂັດ ເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມື ODA ຂອງ ຍີ່ປຸ່ນ ຢູ່ ຫວຽດນາມ ຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມືຕາມຮູບການຮ່ວມມືພາກລັດ - ເອກະຊົນ (PPP).

ຕອບກັບ

ຂ່າວ/ບົດ​ອື່ນ