ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະຫຼຸ​ບ EVN

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ໜ້າທີ່ແຖວໜ້າຂອງ EVN ແມ່ນຮັບປະກັນການສະໜອງໄຟຟ້າ ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຢ່າງພຽງພໍ, ບໍ່ໃຫ້ເກີດສະພາບການບໍ່ມີໄຟຟ້ານຳໃຊ້.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະຫຼຸ​ບ EVN - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ແກ່ ສ່ວນບຸກຄົນດີເດັ່ນ

(ພາບ: VGP)

ຕອນເຊົ້າ 25 ທັນວາ, ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບວຽກງານປີ 2019, ຜັນຂະຫຍາຍໜ້າທີ່ໃນປີ 2020 ຂອງ ກຸ່ມບໍລິສັດໄຟຟ້າ ຫວຽດນາມ - EVN, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ໜ້າທີ່ແຖວໜ້າຂອງ EVN ແມ່ນຮັບປະກັນການສະໜອງໄຟຟ້າ ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຢ່າງພຽງພໍ, ບໍ່ໃຫ້ເກີດສະພາບການບໍ່ມີໄຟຟ້ານຳໃຊ້. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ຂະແໜງໄຟຟ້າຕ້ອງຖືນີ້ແມ່ນຄຳສັ່ງເພື່ອ ຕັດສິນໃຈປະຕິບັດ.

        ຕາມການຕີລາຄາຂອງເວທີປາໄສເສດຖະກິດໂລກ (WEF), ຫວຽດນາມຢືນຢູ່ອັນດັບທີ 27 ໃນຈຳນວນ190 ປະເທດ ແລະ ເຂດແຄ້ວນ, ຢູ່ອັນດັບທີ 4 ອາຊຽນ ກ່ຽວກັບການສະໜອງໄຟຟ້າ, ລື່ນກາຍເປົ້າໝາຍ 2 ປີເມື່ອທຽບໃສ່ກັບຄວາມຮຽກຮ້ອງຕ້ອງການຂອງ ລັດຖະບານ, ເລື່ອງສະໜອງການບໍລິການສະໜອງໄຟຟ້າຜ່ານປະຕູບໍລິການສາທາລະນະແຫ່ງຊາດເຊິ່ງ EVN ພວມຜັນຂະຫຍາຍ, ໄດ້ປະກອບສ່ວນສ້າງຄວາມໂປ່ງໃສ ແລະ ຄວາມສະດວກໃຫ້ແກ່ຜູ້ນຳໃຊ້ໄຟຟ້າ. ກ່ຽວກັບໜ້າທີ່ຈະມາເຖິງ, ທ່ານນາຍົກລັດຖະມົນຕີ ກ່າວວ່າ:

        ຮັບປະກັນການເປັນເຈົ້າການໃນການສະໜອງໄຟຟ້າໃຫ້ແກ່ພື້ນຖານເສດຖະກິດທົ່ວປະເທດ, ບໍ່ປະໃຫ້ເກີດສະພາບບໍ່ມີໄຟຟ້າໃຊ້ຖືນີ້ ແມ່ນຄຳສັ່ງ. ຍ້ອນວ່າໄຟຟ້າໃນປັດຈຸບັນບໍ່ພຽງແຕ່ແມ່ນປັດໄຈຂອງການພັດທະນາເທົ່ານັ້ນແຕ່ຍັງແມ່ນບັນຫາຄວາມໝັ້ນຄົງ, ຄວາມປອດໄພທົ່ວສັງຄົມອີກດ້ວຍ. ລະດັບຄວາມຮູ້ຂອງປະຊາຊົນຍິ່ງສູງເທົ່າໃດ, ຄວາມຕ້ອງການໄຟຟ້າກໍ່ຍິ່ງຫຼາຍເທົ່ານັ້ນ, ຮຽກຮ້ອງໃຫ້ຕອບສະໜອງໄດ້ສິ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ