ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ລາວ

(VOVWORLD) - ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງແຜນການ ແລະ ການລົງທຶນ, ຄະນະກຳມະການຮ່ວມມືສອງປະເທດ ສົມທົບກັນຢ່າງແໜ້ນແຟ້ນ, ຍູ້ແຮງກົນໄກຄະນະກຳມະການຮ່ວມມືສອງປະເທດ, ກະກຽມກອງປະຊຸມຮ່ວມມືທະວີພາຄີ ລະຫວ່າງສອງລັດຖະບານ ຫວຽດນາມ - ລາວ ຄັ້ງທີ 46 ໃຫ້ເປັນຢ່າງດີ, ສຳເລັດການປະຕິບັດຂໍ້ຕົກລົງກ່ຽວກັບແຜນການຮ່ວມມື ຫວຽດນາມ - ລາວ ປີ 2023 ໃຫ້ເປັນຢ່າງດີ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ລາວ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽນາມ ຟ້າມມິງຈິງ ຕ້ອນຮັບທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ ຄຳເຈນ ວົງໂພສີ (ພາບ: TTXVN)

ຕອນບ່າຍວັນທີ 14 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ລາວ ຄຳເຈນ ວົງໂພສີ, ປະທານຄະນະກຳມະການຮ່ວມມື ລາວ - ຫວຽດນາມ ພ້ອມດ້ວຍຄະນະ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງແຜນການ ແລະ ການລົງທຶນ, ຄະນະກຳມະການຮ່ວມມືສອງປະເທດ ສົມທົບກັນຢ່າງແໜ້ນແຟ້ນ, ຍູ້ແຮງກົນໄກຄະນະກຳມະການຮ່ວມມືສອງປະເທດ, ກະກຽມກອງປະຊຸມຮ່ວມມືທະວີພາຄີ ລະຫວ່າງສອງລັດຖະບານ ຫວຽດນາມ - ລາວ ຄັ້ງທີ 46 ໃຫ້ເປັນຢ່າງດີ, ສຳເລັດການປະຕິບັດຂໍ້ຕົກລົງກ່ຽວກັບແຜນການຮ່ວມມື ຫວຽດນາມ - ລາວ ປີ 2023 ໃຫ້ເປັນຢ່າງດີ. ທ່ານກໍສະເໜີໃຫ້ສອງປະເທດ ສືບຕໍ່ປັບປຸງ, ເພີ່ມທະວີການພົວພັນດ້ານການເມືອງ, ການທູດ ແລະ ການພົບປະຢູ່ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ; ຊຸກຍູ້ເສົາຄ້ຳຮ່ວມມືກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ສ່ວນທ່ານລັດຖະມົນຕີ ຄຳເຈນ ວົງໂພສີ ສະເໜີໃຫ້ ຫວຽດນາມ ສືບຕໍ່ໜູນຊ່ວຍ ລາວ ຢ່າງຕັ້ງໜ້າໃນການຈັດຕັ້ງປີປະທານ ອາຊຽນ 2024. ທ່ານລັດຖະມົນຕີ ຊີ້ແຈ້ງວ່າ ກະຊວງແຜນການ ແລະ ການລົງທຶນ ລາວ, ຄະນະກຳມະການຮ່ວມມື ລາວ - ຫວຽດນາມ ແລະ ໃນນາມສ່ວນຕົວ ຈະສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດຢ່າງຕັ້ງໜ້າ, ລະອຽດແມ່ນຫັນຂໍ້ຕົກລົງສະບັບຕ່າງໆ, ຄຳຊີ້ນຳຂອງການນຳຂັ້ນສູງສອງປະເທດເປັນລະອຽດ.

 

ຕອບກັບ

ຂ່າວ/ບົດ​ອື່ນ