ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ: ຫັນເປັນລະອຽດ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ດ້ວຍບັນດາໂຄງການລະອຽດ

(VOVWORLD) - ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ: ນັບຕັ້ງແຕ່ ຫວຽດນາມ ແລະ ອາເມລິກາ ຍົກລະດັບການພົວພັນຂື້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ, ບັນດາການເຄື່ອນໄຫວ, ການຮ່ວມມື, ທຸລະກິດ ລະຫວ່າງສອງຝ່າຍພວມໄດ້ຮັບການຊຸກຍູ້, ໃນນັ້ນມີບົດບາດການປະກອບສ່ວນຂອງ USABC.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ: ຫັນເປັນລະອຽດ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ດ້ວຍບັນດາໂຄງການລະອຽດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ

ຕອນເຊົ້າວັນທີ 21 ມີນາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບຄະນະວິສາຫະກິດຂັ້ນສູງ ຂອງສະພາທຸລະກິດ ອາເມລິກາ - ອາຊຽນ (USABC) ນຳໂດຍ ທ່ານ Ted Osius ປະທານ ທັງເປັນ ຜູ້ອຳນວຍການໃຫ່ຍ, ສະພາທຸລະກິດ ອາເມລິກາ - ອາຊຽນ, ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ.

       ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ: ນັບຕັ້ງແຕ່ ຫວຽດນາມ ແລະ ອາເມລິກາ ຍົກລະດັບການພົວພັນຂື້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ, ບັນດາການເຄື່ອນໄຫວ, ການຮ່ວມມື, ທຸລະກິດ ລະຫວ່າງສອງຝ່າຍພວມໄດ້ຮັບການຊຸກຍູ້, ໃນນັ້ນມີບົດບາດການປະກອບສ່ວນຂອງ USABC. ທ່ານນາຍົກລັດຖະມົນຕີ ຫວຽດນາມ ປາດຖະໜາຢາກໃຫ້ ອາເມລິກາ ເວົ້າລວມ ແລະ ບັນດາວິສາຫະກິດເວົ້າສະເພາະ ໜູນຊ່ວຍ ຫວຽດນາມ ປະຕິບັດເປົ້າໝາຍຂ້າງເທີງ, ພ້ອມກັນການຮັບມືຕໍ່ບັນດາສິ່ງທ້າທາຍມີລັກສະນະທົ່ວໂລກ.

       ທ່ານ Ted Osius ປະທານ ທັງເປັນ ຜູ້ອຳນວຍການໃຫ່ຍ, ສະພາທຸລະກິດ ອາເມລິກາ - ອາຊຽນ ແລະ ຜູ້ຕາງໜ້າບັນດາວິສາຫະກິດ ອາເມລິກາ ໃຫ້ຄຳໝັ້ນສັນຍາຢ່າງເຂັ້ມແຂງວ່າ ຈະສືບຕໍ່ລົງທຶນຢູ່ ຫວຽດນາມ ໃນບັນດາຂົງເຂດ: ວິທະຍາສາດເຕັກໂນໂລຊີ, ເອເລັກໂຕນິກ, ການບິນ, ລົດໂອໂຕໄຟຟ້າ, ການຂົນສົ່ງ, ພະລັງງານ, ສາທາລະນະສຸກ, ການເງິນ, ການຄ້າອີເລັກໂຕນິກ, ເຄື່ອງອຸປະໂພກ-ບໍລິໂພກ, ການທ່ອງທ່ຽວ… ໃນພ້ອມທັງສະເໜີໃຫ້ ຫວຽດນາມ ສືບຕໍ່ມີກົນໄກພິເສດ, ເປັນຕົ້ນແມ່ນດ້ານພາສີໃນບາງຂົງເຂດບູລິມະສິດ, ເພື່ອໃຫ້ວິສາຫະກິດ ອາເມລິກາ ລົງທຶນ, ທຳການຜະລິດ, ເຮັດທຸລະກິດຢູ່ ຫວຽດນາມ ຢ່າງມີປະສິດທິຜົນກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ