ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ເລ​ັ່ງ​ທວງ EU ຍົກ​ອອ​ກ​ທັດ​ສະ​ນະ​ກ່​ຽວ​ກັບ​ແຜນ​ການ Brexit ໃໝ່​ຢ່າງ​ຈະ​ແຈ້ງ

(VOVWORLD) -ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຮຽກຮ້ອງໃຫ້ ສະຫະພາບ ເອີລົບ (EU) ຈົ່ງຍົກອອກບັນດາຄວາມວິຕົກກັງວົນຂອງ ອົງການນີ້ຕໍ່ແຜນການ ອັງກິດຖອນຕົວອອກຈາກ EU ຫຼືຍັງໄດ້ເອີ້ນວ່າ Brexit ຢ່າງຈະແຈ້ງ, ພ້ອມທັງຢັ້ງຢືນວ່າ ລອນດອນໄດ້ມີຄວາມປະນິປະນອມຫຼາຍພໍສົມຄວນ ເພື່ອໃຫ້ທັງ 2 ຝ່າຍສາມາດບັນລຸໄດ້ຂໍ້ຕົກລົງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ເລ​ັ່ງ​ທວງ EU ຍົກ​ອອ​ກ​ທັດ​ສະ​ນະ​ກ່​ຽວ​ກັບ​ແຜນ​ການ Brexit ໃໝ່​ຢ່າງ​ຈະ​ແຈ້ງ - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson (ພາບ: TTXVN) 

ໃນວັນທີ 7 ຕຸລາ, ກ່າວຄຳເຫັນຕໍ່ວົງການນັກຂ່າວໃນການລົງຢ້ຽມຢາມໂຮງໝໍແຫ່ງໜຶ່ງ ຢູ່ນອກນະຄອນຫຼວງລອນດອນ, ທ່ານ Johnson ເນັ້ນໜັກວ່າ ອັງກິດໄດ້ຍົກອອກຂໍ້ສະເໜີ ທີ່ ມີຄວາມກ້ວາງຂວາງ, ສະເໝີພາບ ແລະ ສົມເຫດສົມຜົນ ທີ່ສຸດ ແລະ ປາດຖະໜາວ່າ EU ຈະສະແດງທັດສະນະຢ່າງຈະແຈ້ງໂດຍໄວ. ຖ້າຫາກວ່າ ຝ່າຍ EU ມີບັນຫາກັບບໍ່ວ່າກັບຂໍ້ສະເໜີໃດທີ່ໄດ້ຍົກອອກມາໃນແຜນການດັ່ງກ່າວ, ແມ່ນສອງຝ່າຍຈະປຶກສາຫາລືບັນຫານັ້ນຄືນໃໝ່ຢ່າງລະອຽດ. ຕາມທ່ານ Johnson ແລ້ວ, ບັນຫາໃນປັດຈຸບັນ ແມ່ນ EU ຕ້ອງເຮັດໃຫ້ແຈ້ງວ່າ ເຂົາເຈົ້າຄັດຄ້ານສິ່ງໃດ, ຢາກສະເໜີສິ່ງໃດ ແລະ ເປັນຫຍັງຈຶ່ງຄັດຄ້ານ. ເຖິງຢ່າງໃດກໍ່ຕາມ, ມາຮອດປັດຈຸບັນ, ຝ່າຍອັງກິດຍັງບໍ່ທັນໄດ້ຮັບຂໍ້ມູນຂ່າວສານຢ່າງລະອຽດຫຍັງກ່ຽວກັບທັດສະນະຂອງ EU ຕໍ່ແຜນການ Brexit ເຊິ່ງອັງກິດຍົກອອກມາ.

        ແລະກໍ່ໃນວັນດຽວກັນ, ບັນດາເຈົ້າໜ້າທີ່ ສະຫະພາບເອີລົບ (EU) ໄດ້ກ່າວເຕືອນຂໍ້ສະເໜີ Brexit ໃໝ່ຂອງ ລັດຖະບານອັງກິດວ່າ ຈະອາດກາຍເປັນພື້ນຖານເພື່ອສ້າງບາດກ້າວບຸກທະລຸຕໍ່ກອງປະຊຸມສຸດຍອດ EU ຈະມາເຖິງ. ບັນດາເຈົ້າໜ້າທີ່ EU ຖືວ່າ ຖ້າວ່າຮ່າງຂ້ໍຕົກລົງບໍ່ທັນກຽມພ້ອມຕໍ່ກອງປະຊຸມສຸດຍອດ EU ໃນວັນທີ 17 ຕຸລາ ຈະມາເຖິງ ແມ່ນ ອັງກິດ ແລະ EU ຈະຕ້ອງປະເຊີນໜ້າຕໍ່ ການ Brexit ທີ່ບໍ່ມີຂໍ້ຕົກລົງ ຫຼື ສືບຕໍ່ໂຈະການ Brexit.

ຕອບກັບ

ຂ່າວ/ບົດ​ອື່ນ