ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ ຮຽກ​ຮ້ອງ​ຈັດການ​ເລືອກ​ຕັ້ງ​ສະ​ຫະ​ລັດ ໃນ​ເດືອນ​ໜ້າ

(VOVWORLD) -ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໄດ້ຮຽກຮ້ອງໃຫ້ຈັດຕັ້ງການເລືອກຕັ້ງທົ່ວສະຫະລັດໃນວັນທີ 21 ພຶດສະພາ ເພື່ອແນໃສ່ຊອກຫາອາຍຸການຕໍ່ໄປ, ໃນສະພາບການອິດທິພົນຊື່ສຽງຂອງທ່ານ ຖືກຫຼຸດລົງພາຍຫຼັງປະເທດຖືກຜົນສະທ້ອນຢ່າງໜັກໜ່ວງຈາກນ້ຳຖ້ວມ, ໄຟໄໝ້ປ່າ ແລະ ໂລກລະບາດໂຄວິດ -19 ມາເປັນເວລາ 3 ປີ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ ຮຽກ​ຮ້ອງ​ຈັດການ​ເລືອກ​ຕັ້ງ​ສະ​ຫະ​ລັດ ໃນ​ເດືອນ​ໜ້າ - ảnh 1ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison  (ພາບ: TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 10 ເມສາ, ທ່ານນາຍົກລັດຖະມົນຕີ Scott Morrison ໄດ້ຖະແຫຼງວ່າ ການເລືອກຕັ້ງຄັ້ງນີ້ເພື່ອຜົນປະໂຫຍດຂອງຜູ້ມີສິດເລືອກຕັ້ງ, ຂອງປະເທດຊາດ ແລະ ອະນາຄົດຂອງປະເທດຊາດ. ທ່ານຍອມຮັບວ່າ ຊາວອົດສະຕາລີຕ້ອງຜ່ານຜ່າໄລຍະທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ແລະ ປະເທດຊາດຈະສືບຕໍ່ຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນຊຸມປີຈະມາເຖິງ.

ລັດຖະບານ ຂອງທ່ານນາຍົກລັດຖະມົນຕີ Scott Morrison ພວມມານະພະຍາຍາມດຶງດູດການສະໜັບສະໜູນຂອງ ຜູ້ມີສິດເລືອກຕັ້ງ 17 ລ້ານຄົນ. ໃນການຢັ່ງຫາງສຽງຫວ່າງມໍ່ໆມານີ້,  ປັດຈຸບັນ ພັກເສລີ - ຊົນຊາດກຳອຳນາດຢູ່ ອົດສະຕາລີພວມຖືກຕົກຢູ່ທາງຫຼັງພັກແຮງງານຝ່າຍຄ້ານ, ເຖິງວ່າພື້ນຖານເສດຖະກິດຂອງປະເທດນີ້ ພວມຄ່ອຍໆຟື້ນຟູດ້ວຍອັດຕາວ່າງງານແມ່ນ 4% - ລະດັບຕ່ຳທີ່ສຸດໃນ 13 ປີຜ່ານມາ. 

ຕອບກັບ

ຂ່າວ/ບົດ​ອື່ນ