ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮນ​ລັງ Mark Rutte ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) - ໃນໄລຍະຢ້ຽມຢາມຫວຽດນາມ, ທ່ານນາຍົກລັດຖະມົນຕີ Mark Rutte ໄດ້ເຂົ້າຮ່ວມພິທີຕ້ອນຮັບເປັນທາງການ ແລະ ພົບປະເຈລະຈາ, ເຂົ້າຮ່ວມງານລ້ຽງ ກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮນ​ລັງ Mark Rutte ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1 ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ໂຮນລັງ Mark Rutte ແລະ ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: TTXVN)

ຕອນຄ່ຳວັນທີ 2 ພະຈິກ, ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ໂຮນລັງ Mark Rutte ແລະ ຄະນະຜູ້ແທນຂັ້ນສູງ ລາຊະອານາຈັກ ໂຮນລັງ ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 1 – 2 ພະຈິກ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. ໃນໄລຍະຢ້ຽມຢາມຫວຽດນາມ, ທ່ານນາຍົກລັດຖະມົນຕີ Mark Rutte ໄດ້ເຂົ້າຮ່ວມພິທີຕ້ອນຮັບເປັນທາງການ ແລະ ພົບປະເຈລະຈາ, ເຂົ້າຮ່ວມງານລ້ຽງ ກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.

ທີ່ການພົບປະເຈລະຈາ, ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງຂອບເຂດຄູ່ຮ່ວມມືຍຸດທະສາດ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຄຸ້ມຄອງແຫຼ່ງນ້ຳ, ກະສິກຳແບບຍືນຍົງ, ປະກອບສ່ວນຮ່ວມແຮງຮ່ວມໃຈເພື່ອຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ, ເປັນຕົ້ນແມ່ນການຮ່ວມມືໃນບັນດາຂົງເຂດຂຸດຄົ້ນຊາຍຢູ່ນອກຝັ່ງທະເລ, ພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ຕົວເມືອງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສ້າງແຫຼ່ງກຳລັງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຸ້ມຄອງຊັບພະຍາກອນນ້ຳ, ຊົນລະປະທານ, ການປ້ອງກັນ, ຕ້ານໄພທຳມະຊາດ. ພາຍຫຼັງການພົບປະເຈລະຈາ, ການນຳສອງທ່ານໄດ້ເປນສັກຂີພິຍານໃນ ພິທີມອບຮັບເອກະສານຮ່ວມມື 4 ສະບັບລະຫວ່າງບັນດາກະຊວງ, ຂະແໜງການ, ສະມາຄົມສອງປະເທດ ໃນບັນດາຂົງເຂດ ສຳຫຼວດ ແລະ ຂຸດຄົ້ນບໍ່ແຮ່ທີ່ສຳຄັນແບບຍືນຍົງ, ພາສີອາກອນ, ການລົງທຶນ, ການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ