ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດແດນມາກເຂົ້າຢ້ຽມອຳລາ

(VOVWORLD) -ຕອນບ່າຍວັນທີ 20 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ແດນມາກ ປະຈຳຫວຽດນາມ Charlotte Laursen ເຂົ້າຢ້ຽມຂ່ຳນັບອຳລາເນື່ອງໃນໂອກາດສິ້ນສຸດໜ້າທີ່ການທູດ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດແດນມາກເຂົ້າຢ້ຽມອຳລາ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດແດນມາກ

(ພາບປະກອບ: TTXVN)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຂອບອົກຂອບໃຈເອກອັກຄະລັດຖະທູດ ໄດ້ມີການປະກອບສ່ວນສຳຄັນໃຫ້ແກ່ການພົວພັນ 2 ປະເທດ ແລະ ຫວັງວ່າ, ເຖິງວ່າໃນຖານະຕຳແໜ່ງໃດດ້ວຍບົດຮຽນຂອງຕົນ ທ່ານເອກອັກຄະລັດຖະທູດຈະສືບຕໍ່ສະໜັບສະໜູນ, ປະກອບສ່ວນຊຸກຍູ້ສາຍພົວພັນຫວຽດນາມ - ແດນມາກ. ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຖືວ່າ, 2 ຝ່າຍບັນລຸໄດ້ໝາກຜົນຢ່າງຕັ້ງໜ້າຫຼາຍຢ່າງໃນໄລຍະຜ່ານມາ, ແຕ່ຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນເທື່ອ ແລະ ປາດຖະໜາວ່າ, 2 ຝ່າຍຈະເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ, ໂດຍສະເພາະແມ່ນບັນດາຂົງເຂດເຊິ່ງແດນມາກ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ.

        ສ່ວນທ່ານເອກອັກຄະລັດຖະທູດແດນມາກ Charlotte Laursen ຖືວ່າ ການພົວພັນດ້ານການຄ້າ 2 ຝ່າຍພວມເຕີບໂຕເປັນຢ່າງດີ ແລະ ປະຈຸບັນມີວິສາຫະກິດແດນມາກ ປະມານ 130 ແຫ່ງພວມມີໜ້າຢູ່ຫວຽດນາມ. ທ່ານເອກອັກຄະລັດຖະທູດປາດຖະໜາວ່າ, 2 ປະເທດຈະຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ, ພາຍຫຼັງສິ້ນສຸດໜ້າທີ່ການູທດຢູ່ຫວຽດນາມ, ເຖິງວ່າໄດ້ດຳລົງຕຳແໜ່ງໃດກໍ່ຕາມ, ທ່ານກໍ່ຈະສະໜັບສະໜູນ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ