ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມສປປລາວຢ່າງເປັນທາງການ
![ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມສປປລາວຢ່າງເປັນທາງການ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2017_04_26/lao_3_wxnx.jpg)
ພິທີຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
|
(vovworld)- ຕອນເຊົ້າວັນທີ 26/4, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ໄດ້ນຳຫນ້າຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ເລີ່ມຕົ້ນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ. ນີ້ແມ່ນການຢ້ຽມ ສປປ ລາວ ຄັ້ງທຳອິດ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຖານະເປັນນາຍົກລັດຖະມົນຕີ ແລະ ກໍ່ແມ່ນການເຄື່ອນໄຫວການຕ່າງປະເທດສຳຄັນ ຂ່ຳນັບຮັບຕ້ອນປີສາມັກຄີມິດຕະພາບ ຫວຽດນາມ - ລາວປີ 2017.
ຄາດວ່າ ໃນການຢ້ຽມຢາມລາວຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ນາຍົກລັດຖະມົນຕີທັງສອງທ່ານເປັນປະທານຮ່ວມພິທີປຸກລະດົມປີສາມັກຄີມິດຕະພາບຫວຽດນາມ - ລາວ, ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ, ພົບປະກັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້, ພົບປະກັບທ່ານ ພັນຄຳ ວິພາວັນ, ຜູ້ປະຈຳການຄະນະເລຂາສູນກາງພັກ, ຮອງປະທານປະເທດລາວ ແລະ ຕ້ອນຮັບປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດ ແລະ ຈະມີການເຄື່ອນໄຫວອື່ນໆອີກຈຳນວນຫນຶ່ງ.