ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໄປຢ້ຽມຢາມ,ເຮັດວຽກຢູ່ສະຖາບັນເຂົ້າເຂດທົ່ງພຽງແມ່ນ້ຳຂອງ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໄປຢ້ຽມຢາມ,ເຮັດວຽກຢູ່ສະຖາບັນເຂົ້າເຂດທົ່ງພຽງແມ່ນ້ຳຂອງ - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໄປຢ້ຽມຢາມ
ເຮັດວຽກຢູ່ສະຖາບັນເຂົ້າເຂດທົ່ງພຽງແມ່ນ້ຳຂອງ

(vovworld) - ​ ​ເນື່ອງ​ໃນ​ໂອກາດ​​ໄປ​ປະຕິບັດ​ງານ​ຢູ່​ບັນດາແຂວງ​ເຂດ​ທົ່ງພຽງ​​ແມ່​ນ້ຳຂອງ, ຕອນ​ເຊົ້າ​ວັນ​ທີ 13/06 ທີ່​​ ​ເກີນ​ເທີ, ທ່ານ​ນາຍົກລັດຖະມົ​ນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສະ​ຖາ​ບັນ​ເຂົ້າ​ເຂດ​ທົ່ງພຽງ​ແມ່​ນ້ຳ​ຂອງ. ​ເມື່ອ​ສະຫລຸບ​ການ​ເຮັດວຽກ ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ຮຽກຮ້ອງ​ວ່າ:

​ໃນ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ຮ້າຍ​ແຮງທີ່​ສຸດ ​ແລະ ​ໄວວາ. ພວກ​​ເຮົາ​ຖືກ​ເສຍ​ຫາຍ​ເຂົ້າ​ເປືອກ​ເກືອບ 1 ລ້ານ​​ໂຕນ ​ຍ້ອນ​ນ້ຳທະ​ເລ​ຊຶມ​ເຂົ້າ. ພວກ​ເຮົາ​ຮັບ​ມື​ບໍ່​ທັບ​ການ. ​ແນວ​ພັນ​ເຂົ້າ​ບໍ່ສາມາດ​ທົນ​ທານ​ໄດ້ ຈຶ່ງ​ເຮັດ​​ໃຫ້​ທົ່ງ​ນາ​ຂະໜາດ​ໃຫຍ່​ຫ່ຽວ​ແຫ້ງໝົດຍ້ອນ​ໄພ​ແຫ້ງ​ແລ້ງ ​ແລະ ນ້ຳ​ທະ​ເລ​ຊຶມ​ເຂົ້າ. ດັ່ງ​ນັ້ນ ​ເລື່ອງ​ທຳ​ອິດ​ແມ່ນຕ້ອງ​ຄົ້ນຄວ້າ​ແນວ​ພັນ​ເຂົ້າ, ວິທີ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ປະຈຸ​ບັນຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ”.

​ທ່ານ​ນາຍົກລັດຖະມົນຕີຖືວ່າ: ສະ​ຖາ​ບັນ​ຄົ້ນຄວ້າ​ເຂົ້າ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ຄວນ​ຄົ້ນຄວ້າ​ທີ່​ດິນ ຫັນປ່ຽນຜົນລະປູກ​ຈາກ​ການ​ປູກ​ເຂົ້າ​ມາ​ປູກຕົ້ນ​ໄມ້​ອື່ນ​ທີ່, ມີ​ມູນຄ່າທາງ​ດ້ານ​ເສດຖະກິດ​ສູງ​ກ່ວາ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ ຕ້ອງ​ຍົກ​ສູງ​ສະມັດ​ຕະພາບ ​ແລະ ປັບປຸງ​ຄຸນ​ນະພາ​ບ​ເຂົ້າ ຫວຽດນາມ. ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະ​ສິກ​ອນ.

​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ ທີ່​ນະຄອນ ​ເກີນ​ເທີ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​​ໃຫ້ການ​ຕ້ອນຮັບຄະນະທ່ານ​ໜໍ ​ແລະ ນັກ​ສຶກສາ​ມະຫາວ​ິທະຍາ​ໄລ Mercer (ອາ​ເມ​ລິ​ກາ) ທີ່ພວມ​ປະຕິບັດ​ລາຍການກຸສົນ​​ໃສ່ອົງຄະທຽມ ​ແລະ ກວດ​, ປິ່ນ​ປົວພະຍາດ​​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ບັນດາ​ຄົນ​ເຈັບ​ຢູ່ ຫວຽດນາມ. ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ກຸສົນ ໜູນ​ຊ່ວຍ​ບັນດາ​ຄົນເຈັບທີ່ທຸກ​ຍາ​ກ, ຄົນ​ເຈັບ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ເຊິ່ງຄະນະ​ທ່ານໝໍ​ມະຫາວິທະຍາ​ໄລ Mercer ພວມ​ປະຕິບັດ​ຢູ່ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ຄູ​່ຮ່ວມ​ມືຮອບດ້ານ ຫວຽດນາມ - ອາ​ເມລິ​ກາ ​ໃນ​ໄລຍະ​ຜ່ານ​ມາ​ພວມ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ດີງາ​ມ​ໃນ​ຫລາຍ​ຂົງ​ເຂດ​ຄື: ດ້ານ​ການ​ເມືອງ, ການ​ຕ່າງປະ​ເທດ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ການ​ສຶກສາ - ກໍ່ສ້າງ​ໃນ​ນັ້ນ​ມີ​ຂົງ​ເຂດ​ການ​ແພດ.


ຂ່າວ/ບົດ​ອື່ນ