ທ່ານປະທານປະເທດ Truong Tan Sang ຕ້ອນຮັບຫົວໜ້າຄະນະຜູ້ແທນ ບັນດາປະເທດອາເມລິກາລາຕີນ

ທ່ານປະທານປະເທດ Truong Tan Sang ຕ້ອນຮັບຫົວໜ້າຄະນະຜູ້ແທນ ບັນດາປະເທດອາເມລິກາລາຕີນ - ảnh 1
( ທ່ານ​ປະທານ​ປະ​ເທດ Truong Tan Sang ຕ້​​ອນຮັບ​
ຫົວໜ້າ​ຄະນະຜູ້​ແທນບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາຕີ​ນ )


( vovworld ) -   ຕອນຄໍ່າ​ວັນ​ທີ 5/7, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ປະທານ​ປະ​ເທດຫວຽດນາມ Truong Tan Sang ​ໄດ້​ໃຫ້ການ​ຕ້ອນຮັບ​ບັນດາ​ຫົວ​ໜ້າ​ຄະນະຜູ້​ແທນ​ຂອງ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາຕີ​ນ ທີ່​ພ​ວມ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຫວຽດນາມ - ອາ​ເມ​ລິ​ກາ​ລາຕີ​ນ ກ່ຽວ​ກັບ​ດ້ານການ​ຄ້າ ​ແລະ ການ​ລົງທຶນ ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ຫວຽດນາມ ​ເປັນ​ຄັ້ງ​ທຳ​ອິດ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຢືນຢັນ​ວ່າ, ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາຕີ​ນ ​ມີ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມມາ​ແຕ່​ດົນ​ນານ. ການ​ພົວພັນ​ດ້ານ​ການ​ເມືອງ​ທີ່ດີງາມ ​ແລະ ຄວາມ​ສະໜິດຕິດ​ພັນ​ດ້ານ​ວັດທະນະທຳ​​ຈິດ​ໃຈ​ເຊິ່ງ​ແມ່​ນພື້ນຖານ​ທີ່​ໝັ້ນ​ຄ​ົງ​​ເພື່ອ​ພັດທະນາການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາຕີ​ນ, ພິ​ເສດ​ແມ່ນ​ດ້ານເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ໃນ​ໄລຍະ​ປະຈຸ​ບັນ.

ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ເນັ້ນ​ໜັກ​ວ່າ, ຫວຽດນາມ ຈະ​ສ້າງ​ທຸກ​ເງື່ອນ​ໄຂສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ​ລາຕີ​ນ, ລົງທຶນ​ດຳ​ເນີນ​ທຸ​ລະ​ກິດຢ່າງ​ໝັ້ງຄົງ, ມີປະສິດທິ​ຜົນ​ຢູ່​ຫວຽດນາມ ​ແລະ ປາດ​ຖະໜາ​ວ່າ ລັດຖະບານ​ພ້ອມ​ກັບ​ບັນດາ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ​ລາຕີ​ນ ຈະສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ບັດ​ນດາ​ວິ​ສາ​ຫະກິດ​ ​ແລະ ນັກ​ລົງທຶນ​ຫວຽດນາມ ລົງທຶນ​ຢູ່​ອາ​ເມ​ລິ​ກາ​ລາຕີ​ນ.

ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ, ບັນດາ​ຫົວໜ້າ​ຄະນະ​ຜູ້​ແທນ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາຕີ​ນ​ໄດ້​ເນັ້ນ​ໜັກ​ວ່າ ອາ​ເມ​ລິ​ກາ​ລາຕີ​ນ ​ແມ່ນ​ພາກ​ພື້ນ​ທີ່​ມີ​ຄວາມ​ສາມາດ​ບົມຊ້ອນ​ດ້ານ​​ແຮງ​ງານ​ໜຸ່ມ, ມີ​ຊັບພະຍາກອນ​ທຳ​ມະ​ຊາດທີ່​ອຸດົມສົມ​ບຸນ, ມີພື້ນຖານ​ດ້ານ​ການ​ເມືອງທີ່​ໝັ້ນຄົງ ​ກຽມພ້ອມ​​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ທຸກໆ​ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ​ມີ​ຫວຽດນາມ. ບັນດາ​ຫົວໜ້າ​ຄະນະ​ຜູ້​ແທນ​ບັນດາ​ປະ​ເທດ​ອາ​ເມ​ລິ​ກາ​ລາຕີ​ນ ປາດ​ຖະໜາ​ວ່າ ຜ່ານ​ເວທີ​ປາ​ໄສ​ການ​ຄ້າ​ຄັ້ງ​ນີ້ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ ການ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ເມ​ລິ​ກາ​ລາຕີ​ນ ​ແລະ ຫວຽດນາມ ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​​ໃໝ່.

ຂ່າວ/ບົດ​ອື່ນ