ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ພ້ອມ​ດ້ວຍ ພັນ​ລະ​ຍາ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ມາ​ຢ້ຽມ​ຢາມສັນ​ຖະ​ວະ​ໄມ​ຕີ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) -ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ລາວ ຢ່າງເປັນທາງການ ຖືກຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ ຕາມພິທີການສູງສຸດ ທີ່ສະຫງວນໃຫ້ແກ່ປະມຸກລັດ.
ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ພ້ອມ​ດ້ວຍ ພັນ​ລະ​ຍາ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ມາ​ຢ້ຽມ​ຢາມສັນ​ຖະ​ວະ​ໄມ​ຕີ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ລາວ ຢ່າງເປັນທາງການ ຖືກຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ ຕາມພິທີການສູງສຸດ ທີ່ສະຫງວນໃຫ້ແກ່ປະມຸກລັດ

 ໂດຍຕອບສະໜອງຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ພ້ອມດ້ວຍພັນລະຍາ ແລະ ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ພັກ ແລະ ລັດ ລາວ ໄດ້ມາຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 28 – 29 ມິຖຸນາ 2021.

        ຕອນເຊົົ້າວັນທີ 28 ມິຖຸນາ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ລາວ ຢ່າງເປັນທາງການ ຖືກຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ ຕາມພິທີການສູງສຸດ ທີ່ສະຫງວນໃຫ້ແກ່ປະມຸກລັດ. ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບດັ່ງກ່າວ.

        ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ມີການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.  

 

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ