ຢັ້ງຢືນນ້ຳໃຈຄວາມສາມັກຄີ, ສະໜິດແໜ້ນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງຫວຽດນາມ - ລາວ

(VOVWORLD) -ນີ້ແມ່ນການໄປປະຕິບັດງານຢູ່ຕ່າງປະເທດເປັນຄັ້ງທຳອິດຂອງທ່ານ ທອງລຸນ ສີສຸລິດ ໃນຖານະຕຳແໜ່ງເປັນເລຂາທິການໃຫຍ່, ປະທານປະເທດແຫ່ງສປປ.ລາວ ອາຍຸການ 2021 – 2026.
ຢັ້ງຢືນນ້ຳໃຈຄວາມສາມັກຄີ, ສະໜິດແໜ້ນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງຫວຽດນາມ - ລາວ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານ ທອງລຸນ ສີສຸລິດ (ຄາວນັ້ນທ່ານດຳລົງຕຳແໜ່ງນາຍົກລັດຖະມົນຕີ) ເດືອນ ທັນວາ 2020
(ພາບ: TTXVN)

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງພັກ ແລະ ລັດລາວ ໄດ້ເດີນທາງມາຢ້ຽມຢາມສັດທະວະໄມຕີຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 28 – 29 ມິຖຸນາ 2021. ການຢ້ຽມຢາມຄັ້ງນີ້ໄດ້ເປັນການຢືນຢັນນ້ຳໃຈສາມັກຄີ, ສະໜິດແໜ້ນ, ຄວາມໄວ້ເນື້ອເຊື່ອໃຈຢ່າງສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນລາວ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ.

        ນີ້ແມ່ນການໄປປະຕິບັດງານຢູ່ຕ່າງປະເທດເປັນຄັ້ງທຳອິດຂອງທ່ານ ທອງລຸນ ສີສຸລິດ ໃນຖານະຕຳແໜ່ງເປັນເລຂາທິການໃຫຍ່, ປະທານປະເທດແຫ່ງສປປ.ລາວ ອາຍຸການ 2021 – 2026. ສິ່ງດັ່ງກ່າວໄດ້ເປັນການສະແດງໃຫ້ເຫັນການຖືເປັນສຳຄັນຂອງພັກ, ລັດ ລາວ ທີ່ມີຕໍ່ພັກ, ລັດ ຫວຽດນາມ.

ສືບຕໍ່ປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ

        ການຢ້ຽມຢາມຄັ້ງນີ້ເປັນການຢັ້ງຢືນທັດສະນະ, ຫຼັກໝັ້ນຂອງພັກປະຊາຊົນປະຕິວັດລາວ ຄືນໃໝ່ໃນການສືບຕໍ່ປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ. ພ້ອມກັນນັ້ນ, ກໍ່ແມ່ນການປະຕິບັດແນວທາງການຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍຂອງລາວ ໃນການສືບຕໍ່ປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືສະແດງໃຫ້ເຫັນສາຍພົວພັນແບບພິເສດຂອງ 2 ປະເທດຢ່າງມີຊີວິດຊີວາ.

ຢັ້ງຢືນນ້ຳໃຈຄວາມສາມັກຄີ, ສະໜິດແໜ້ນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງຫວຽດນາມ - ລາວ - ảnh 2

(ທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ)

ໃນໄລຍະຜ່ານມາ, ເຖິງວ່າສະພາບການໂລກ ແລະ ພາກພື້ນສືບຕໍ່ມີການຜັນແປໄປຢ່າງໄວວາ, ສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ແຕ່ພາຍໃຕ້ການນຳພາຂອງ 2 ພັກ, ການບໍລິຫານຂອງ 2 ລັດຖະບານ, 2 ປະເທດໄດ້ເປັນເຈົ້າການສົມທົບກັນ ແລະ ຕັ້ງໜ້າຈັດຕັ້ງຜັນຂະຫຍາຍປະຕິບັດບັນດາສັນຍາ, ຂໍ້ຕົກລົງ, ແຜນການຮ່ວມມື ແລະ ບັນລຸໄດ້ໝາກຜົນຢ່າງແທດຈິງໃຈທຸກຂົງເຂດ. ທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ, ຢືນຢັນວ່າ:

(ທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ)

        ພິເສດ, 2 ປະເທດໄດ້ຕັ້ງໜ້າສົມທົບກັນ, ໜູນຊ່ວຍເຊິ່ງກັນແລະກັນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຄື: ຈັດຕັ້ງບັນດາກອງປະຊຸມທາງອອນລາຍລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງ 2 ປະເທດ ເພື່ອແນໃສ່ແບ່ງປັນບັນດາບົດຮຽນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກ ແລະ ຂາດເຂີນຫຼາຍຢ່າງກໍ່ຕາມ, ແຕ່ລັດຖະບານ, ບັນດາຄະນະ, ກະຊວງ, ຂະແໜງການ ແລະ ປະຊາຊົນຫວຽດນາມ ຍັງໄດ້ໜູນຊ່ວຍ ແລະ ສະໜອງອຸປະກອນການແພດໂດຍພື້ນຖານເພື່ອຊ່ວຍເຫຼືອລາວ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ສິ່ງດັ່ງກ່າວບໍ່ພຽງແຕ່ປະກອບສ່ວນສຳຄັນໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ ລາວເທົ່ານັ້ນ, ອີກຄັ້ງໜຶ່ງຍັງໄດ້ເປັນການສະແດງໃຫ້ເຫັນຄວາມສຸດຈິດສຸດໃຈຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນລາວ.

ຮັດແໜ້ນການພົວພັນ 2 ຝ່າຍໃນສະພາບການໃໝ່ໃຫ້ແໜ້ນແຟ້ນກວ່າເກົ່າ

        ປະຈຸບັນ, ຫວຽດນາມ ແລະ ລາວ ໄດ້ກຳນົດວ່າ ການຮ່ວມມືຂອງ 2 ປະເທດໄດ້ສຸມໃສ່ເຂົ້າໃນບັນດາຂົງເຂດບຸລິມະສິດຄື: ສືບຕໍ່ເພີ່ມທະວີການຮ່ວມມືທາງດ້ານການເມືອງ, ຮັກສາ ແລະ ຍົກສູງປະສິດທິຜົນບັນດາກົນໄກຮ່ວມມືລະຫວ່າງການນຳຂັ້ນສູງຂອງ 2 ພັກ, 2 ລັດ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 2 ປະເທດ; ເພີ່ມທະວີການຮ່ວມມືໃນການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ; ເພີ່ມທະວີ ແລະ ຍົກສູງສະຕິຄວາມຮັບຮູ້ລວມຂອງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດກ່ຽວກັບຄວາມສຳຄັນຍຸດທະສາດຂອງສາຍພົວພັນແບບພິເສດລາວ - ຫວຽດນາມ; ຮັກສາ ແລະ ຊຸກຍູ້ວຽກງານບຳລຸງສ້າງທາງດ້ານການເມືອງ - ແນວຄິດ ໂດຍຜ່ານການພົບປະແລກປ່ຽນວັດທະນະທຳ, ການພົວພັນຕ່າງປະເທດປະຊາຊົນ ເພື່ອເຮັດໃຫ້ທົ່ວພັກ, ປະຊາຊົນທຸກຄົນ, ໂດຍສະເພາະແມ່ນລຸ້ນໜຸ່ມຂອງ 2 ປະເທດເຂົ້າໃຈໄດ້ຄວາມໝາຍ ແລະ ຄວາມຈຳເປັນກ່ຽວກັບການເພີ່ມທະວີການພົວພັນແບບພິເສດລະຫວ່າງລາວ - ຫວຽດນາມ.

        ບົນຈິດໃຈນັ້ນ, ການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ເປັນການປະກອບສ່ວນຮັດແໜ້ນການພົວພັນ 2 ຝ່າຍກ່າວອີກ, ທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ, ຢືນຢັນວ່າ:

(ທ່ານເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ)

        ໃນສະພາບໂລກ ແລະ ພາກພື້ນສືບຕໍ່ມີການຜັນແປຫຼາຍຢ່າງ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າຄືໃນປະຈຸບັນນັ້ນ, ຍິ່ງກວ່າເວລາໃດໝົດ, 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດກຳນົດວ່າ ຕ້ອງເພີ່ມທະວີການຮັດແໜ້ນການຮ່ວມມື, ຮ່ວມແຮງຮ່ວມໃຈ, ເສີມຂະຫຍາຍທ່າແຮງທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ, ຊ່ວຍເຫຼືອເຊິ່ງກັນແລະກັນ, ເພື່ອການພັດທະນາ ແລະ ຄວາມວັດທະນາຖາວອນຢູ່ແຕ່ລະປະເທດ. ການເດີນທາງມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຈະສືບຕໍ່ເປັນການເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ ແລະ ເປັນແບບຢ່າງ, ສັດຊື່ບໍລິສຸດຜຸດຜ່ອງ, ໃສແຈ້ງແບບພິເສດລະຫວ່າງ 2 ປະເທດຫວຽດນາມ ແລະ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ