ທ່ານປະທານປະເທດ ຫງວຽນຊວັນຟຸກ: ເອົາໃຈໃສ່ກ່ຽວກັບຈຳນວນ, ຄຸນນະພາບ ແລະ ໂຄງປະກອບປະຊາກອນຢ່າງຄົບຖ້ວນ ຮອບດ້ານ

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ຖືວ່າ, ຂະແໜງປະຊາກອນຄວນສືບຕໍ່ຫັນປ່ຽນຈຸດສຸມນະໂຍບາຍປະຊາກອນ ຈາກການວາງແຜນຄອບຄົວ ໄປສູ່ປະຊາກອນ ແລະ ພັດທະນາ

     ວັນທີ 25 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຈົດໝາຍໃຫ້ຂະແໜງປະຊາກອນ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອ (26 ທັນວາ 196 – 26 ທັນວາ 2021). ໃນຈົດໝາຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຖືວ່າ, ຂະແໜງປະຊາກອນຄວນສືບຕໍ່ຫັນປ່ຽນຈຸດສຸມນະໂຍບາຍປະຊາກອນ ຈາກການວາງແຜນຄອບຄົວ ໄປສູ່ປະຊາກອນ ແລະ ພັດທະນາ, ຕ້ອງເອົາໃຈໃສ່ຢ່າງຄົບຖ້ວນ ກ່ຽວກັບຈຳນວນປະຊາກອນ, ຄຸນນະພາບປະຊາກອນ ແລະ ໂຄງປະກອບປະຊາກອນ. ວຽກງານປະຊາກອນຕ້ອງເອົາໃຈໃສ່ ແລະ ລົງທຶນໃຫ້ວຽກງານສື່ສານໃຫ້ຫຼາຍກວ່າອີກ; ແກ້ໄຂຢ່າງຄົບຊຸດບັນຫາສ້າງໂຄງປະກອບ, ຄຸນນະພາບປະຊາກອນ ແລະ ຜົນກະທົບເຊິ່ງກັນແລະກັນ ກັບການພັດທະນາເສດຖະກິດ - ສັງຄົມ ໄລຍະກາງ ແລະ ໄລຍະຍາວ. ເລື່ອງສ້າງນະໂຍບາຍປະຊາກອນຄວນເອົາໃຈໃສ່ເຖິງບັນດາສິ່ງທ້າທາຍໃໝ່ກ່ຽວກັບການຫັນເປັນໂລກາພິວັດ, ບັນຫາຫັນເປັນຕົວເມືອງ, ອັດຕາພົນລະເມືອງໃນເກັ່ນອາຍຸສູງຫຼາຍເກີນໄປ.

ທ່ານປະທານປະເທດ ສະເໜີໃຫ້ສະພາແຫ່ງຊາດ, ລັດຖະບານ, ກະຊວງສາທາລະນະສຸກ ພ້ອມກັບບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ຄົ້ນຄວ້າ, ສະເໜີຍຸດທະສາດປະຊາກອນໃຫ້ເໝາະສົມກັບໄລຍະພັດທະນາໃໝ່; ຄາດຄະເນສິ່ງທ້າທາຍ, ຕອບສະໜອງທຸກຄວາມຮຽກຮ້ອງ, ເປົ້າໝາຍຍຸດທະສາດພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດໃຫ້ເປັນຢ່າງດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ