ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບປະທານສານປະຊາຊົນສູງສຸດ ສປປ ລາວ

(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກການພົວພັນພິເສດ ຫວຽດນາມ - ລາວ ແມ່ນຊັບສົມບັດອັນລຳຄ້າລວມ ເຊິ່ງທັງສອງປະເທດສືບຕໍ່ຕ້ອງຮັກສາ, ເສີມຂະຫຍາຍ
ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບປະທານສານປະຊາຊົນສູງສຸດ ສປປ ລາວ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານນາງ ວຽງທອງ ສີພັນດອນ, ເລຂາສູນກາງພັກປະຊາຊົນປະຕິວັດລາວ, ປະທານສານປະຊາຊົນສູງສຸດ ລາວ
(ພາບ:Thống Nhất/TTXVN)

ຕອນບ່າຍວັນທີ 22 ສິງຫາ, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານນາງ ວຽງທອງ ສີພັນດອນ, ເລຂາສູນກາງພັກປະຊາຊົນປະຕິວັດລາວ, ປະທານສານປະຊາຊົນສູງສຸດ ລາວ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກການພົວພັນພິເສດ ຫວຽດນາມ - ລາວ ແມ່ນຊັບສົມບັດອັນລຳຄ້າລວມ ເຊິ່ງທັງສອງປະເທດສືບຕໍ່ຕ້ອງຮັກສາ, ເສີມຂະຫຍາຍ. ດັ່ງນັ້ນ, ການຮັກສາບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນເປັນປະຈຳ, ການນຖອດຖອນບົດຮຽນເຊິ່ງກັນ ແລະ ກັນລະຫວ່າງບັນດາອົງການ, ທ້ອງຖິ່ນ ຂອງສອງປະເທດແມ່ນຈຳເປັນທີ່ສຸດ, ຈາກນັ້ນປະຕິບັດໜ້າທີ່ຂອງແຕ່ລະອົງການ ແລະ ປະກອບສ່ວນຮັດແໜ້ນການພົວພັນ ຫວຽດນາມ  - ລາວ ໃຫ້ປະສິດທິຜົນກ່ວາອີກ.

        ສ່ວນທ່ານນາງ ວຽງທອງ ສີພັນດອນ ໃຫ້ຮູ້ວ່າ: ຂະແໜງສານຂອງສອງປະເທດເປັນເອກະພາບ ກັນສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງການພົວພັນແບບພິເສດ ຫວຽດນາມ - ລາວ ເຊິ່ງການນຳລຸ້ນຕ່າງໆຂອງສອງປະເທດ ເພີ່ມພຸນຄຸນສ້າງ; ເນັ້ນໜັກການໜູນຊ່ວຍ, ໃຫ້ການສົມທົບຢ່າງຕັ້ງໜ້າຂອງສານປະຊາຊົນສູງສຸດ ຫວຽດນາມ ແມ່ນການລະດົມກຳລັງໃຈທີ່ສຳຄັນເພື່ອໃຫ້ສານປະຊາຊົນສູງສຸດລາວ ເຮັດຫຼ້ອນໜ້າທີ່ຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ