ທ່ານປະທານປະເທດ ຫວໍ້ວັນເຖືອງ ຢ້ຽມຢາມແຂວງ ວິ້ງລອງ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ໄດ້ໄປຢ້ຽມຢາມ, ອວນພອນບຸນເຕັດ, ມອບຂອງຂວັນໃຫ້ຜູ້ມີຄຸນງາມຄວາມດີ, ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ
ທ່ານປະທານປະເທດ ຫວໍ້ວັນເຖືອງ ຢ້ຽມຢາມແຂວງ ວິ້ງລອງ - ảnh 1ທ່ານປະທານປະເທດ ຫວໍ້ວັນເຖືອງ ມອບຂອງຂວັນໃຫ້ຜູ້ມີຄຸນງາມຄວາມດີ, ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ
(ພາບ: TTXVN)

  ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ 2024, ຕອນເຊົ້າວັນທີ 19 ມັງກອນ, ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ໄດ້ໄປຢ້ຽມຢາມ, ອວນພອນບຸນເຕັດ, ມອບຂອງຂວັນໃຫ້ຜູ້ມີຄຸນງາມຄວາມດີ, ຄອບຄົວ ນະໂຍບາຍ, ຄອບຄົວທຸກຍາກ, ກຳມະກອນ ຜູ້ອອກແຮງງານເມືອງ ຈ່າໂອນ, ແຂວງ ວິ້ງລອງ.

   ໃນໂອກາດນີ້, ທ່ານປະທານປະເທດ ຫວໍ້ວັນເຖືອງ ໄດ້ມອບເຮືອນແຫ່ງມະຫາສາມັກຄີ 20 ຫຼັງ ແລະ ມອບຂອງຂວັນບຸນເຕັດໃຫ້ແກ່ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ກຳມະກອນ ຜູ້ອອກແຮງງານເມືອງ ຈ່າໂອນ.

ທ່ານປະທານປະເທດ ຫວໍ້ວັນເຖືອງ ຢ້ຽມຢາມແຂວງ ວິ້ງລອງ - ảnh 2ທ່ານປະທານປະເທດ ຫວໍ້ວັນເຖືອງ ໄປຢ້ຽມຢາມ, ອວນພອນບຸນເຕັດຢູ່ເຂດຊາວຄຼິດ ວິ້ງລອງ
(ພາບ: TTXVN)

  ກ່ອນໜ້ານັ້ນ, ທ່ານປະທານປະເທດ ຫວໍ້ວັນເຖືອງ ໄດ້ໄປຢ້ຽມຢາມ, ອວນພອນບຸນເຕັດບັນດາຄຸນພໍ່, ປຊຊ ເຂດຊາວຄຼິດ ວິ້ງລອງ ຢູ່ສຳນັກສັງຄະລາດໃຫຍ່ ວິ້ງລອງ. ທ່ານປະທານປະເທດ ຢືນຢັນວ່າ, ພັກ, ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ ປຊຊ ທຸກຄົນ ໄດ້ປະຕິບັດສິດເສລີໃນການເຫຼື້ອມໃສ, ສາສະໜາ, ພ້ອມທັງສ້າງເງື່ອນໄຂໃຫ້ ປຊຊ ອຸ່ນອ່ຽນໃຈ ຢູ່ໃນສິນ ກິນໃນທຳ; ປອງດອງຊາດ, ປະກອບສ່ວນພ້ອມກັບກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເຂົ້າຮ່ວມການສ້າງສາ ແລະ ພັດທະນາປະເທດຊາດ.

  ແລະ ກໍ່ໃນຕອນເຊົ້າວັນທີ 19 ມັງກອນ, ທ່ານປະທານປະເທດ ຫວໍ້ວັນເຖືອງ ໄດ້ໄປຖະຫວາຍທູບທຽນ, ອາໄລຫາທ່ານປະທານສະພາລັດຖະມົນຕີ ຟ້າມຮຸ່ງ ຢູ່ເຂດອະນຸສອນສະຖານ ທີ່ຕາແສງ ລອງເຟືອກ, ເມືອງ ລອງໂຮ່; ຖະຫວາຍທູບທຽນ, ອາໄລຫາທ່ານນາຍົກລັດຖະມົນຕີ ຫວໍ້ວັນກຽດ ຢູ່ເຂດອະນຸສອນສະຖານທີ່ເມືອງ ຫວຸ້ງລຽມ.

ຕອບກັບ

ຂ່າວ/ບົດ​ອື່ນ