ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສະ​ເໜີ​ບັນ​ດາ​ການ​ກຳ​ນົດ​ທິດ ຮ່ວມ​ມື​ຢູ່ IPEF

(VOVWORLD) - IPEF ໄດ້ຄາດຫວັງວ່າແມ່ນຮູບແບບເຊ່ືອມຕໍ່ເສດຖະກິດທີ່ມີຂະຫຍັນຂັນເຄື່ອນ, ມີປະສິດທິຜົນ, ນຳຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການວັດທະນາຖາວອນຂອງພາກພື້ນ ແລະ ທົ່ວໂລກ.
ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ສະ​ເໜີ​ບັນ​ດາ​ການ​ກຳ​ນົດ​ທິດ ຮ່ວມ​ມື​ຢູ່ IPEF  - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ວັນທີ 16 ພະຈິກ, ຢູ່ນະຄອນ San Francisco, ອາເມລິກາ ໄດ້ດຳເນີນການພົບປະກັບບັນດາການນຳຂັ້ນສູງ ໃນຂອບເຂດການຮ່ວມມືເສດຖະກິດ ມະຫາສະໝຸດອິນເດຍ - ປາຊີຟິກ ເພື່ອວັດທະນາຖາວອນ (IPEF). ເຂົ້າຮ່ວມການພົບປະມີ ການນຳຂັ້ນສູງບັນດາພື້ນຖານເສດຖະກິດ APEC, ປະມູກລັດ, ຜູ້ນຳລັດຖະບານ ແລະ ຜູ້ຕາງໜ້າບາງປະເທດ ໃນນັ້ນມີ: ອາເມລິກາ, ອິນເດຍ, ບຣູໄນ, ອິນໂດເນເຊຍ, ສ.ເກົາຫຼີ, ນິວຊີແລນ, ຍີ່ປຸ່ນ, ມາເລເຊຍ, ອົດສະຕາລີ…

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ IPEF  ແມ່ນຄວາມມານະພະຍາຍາມລວມເພື່ອແນໃສ່ເພີ່ມທະວີການຮ່ວມມື, ສົມທົບກັນລະຫວ່າງບັນດາພື້ນຖານເສດຖະກິດໃນສະພາບການໂລກປະເຊີນໜ້າກັບການປ່ຽນແປງຫຼາຍຢ່າງ, ມີໂອກາດ ກໍ່ຄືສິ່ງທ້າທາຍຫຼາຍຢ່າງ. IPEF ໄດ້ຄາດຫວັງວ່າແມ່ນຮູບແບບເຊ່ືອມຕໍ່ເສດຖະກິດທີ່ມີຂະຫຍັນຂັນເຄື່ອນ, ມີປະສິດທິຜົນ, ນຳຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການວັດທະນາຖາວອນຂອງພາກພື້ນ ແລະ ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ