ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ​ຫວຽດ​ນາມ

(VOVWORLD) - ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເນັ້ນໜັ້ກວ່າໃນແຕ່ລະບາດກ້າວພັດທະນາຂອງ ຫວຽດນາມ ຍາມໃດກໍ່ມີການໜູນຊ່ວຍ ຂອງພັກ, ລັດ ແລະ ປະຊາຊົນລາວ. ໜ້າທີ່ໃນປັດຈຸບັນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ແມ່ນສືບຕໍ່ເພີ່ມພູນຄູນສ້າງ ການພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ ໃຫ້ຫຼາຍກ່ວາອີກ.
ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳ​ຫວຽດ​ນາມ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລາວ ປະຈຳຫວຽດນາມ ແສງເພັດ ຮຸ່ງບຸນຍວງ (ພາບ:  TTXVN)

ຕອນບ່າຍວັນທີ 21 ກັນຍາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານການທູດຢູ່ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ສະແດງຄວາມຍິນດີ ຕໍ່ທ່ານເອກອັກຄະລັດຖະທູດ ເມື່ອໄດ້ປະຕິບັດສຳເລັດໜ້າທີ່, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ ແລະ ລາວ.

ທ່ານປະທານປະເທດ ເນັ້ນໜັ້ກວ່າໃນແຕ່ລະບາດກ້າວພັດທະນາຂອງ ຫວຽດນາມ ຍາມໃດກໍ່ມີການໜູນຊ່ວຍ ຂອງພັກ, ລັດ ແລະ ປະຊາຊົນລາວ. ໜ້າທີ່ໃນປັດຈຸບັນຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ແມ່ນສືບຕໍ່ເພີ່ມພູນຄູນສ້າງ ການພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ ໃຫ້ຫຼາຍກ່ວາອີກ, ສະໜັບສະໜູນ, ແບ່ງປັນເຊິ່ງກັນແລະກັນກ່ຽວກັບບັນດາບັນຫາໃນພາກພື້ນ ແລະ ໂລກ. ທ່ານປະທານປະເທດ ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ປະຕິບັດສຳເລັດໜ້າທີ່ໃນຖານະຕຳແໜ່ງໃໝ່, ພ້ອມທັງປາດຖະໜາ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ປະກອບສ່ວນຫຼາຍກ່ວາອີກເພື່ອໃຫ້ນັບມື້ນັບຊຸກຍູ້ການພົວພັນສອງປະເທດຢ່າງແຮງກ່ວາອີກ.

ສ່ວນທ່ານເອກອັກຄະລັດຖະທູດ ລາວ ໄດ້ສະແດງຄວາມດີໃຈ ໃນ ອາຍຸການ 4 ປີຜ່ານມາ ທີ່ໄດ້ປະກອບສ່ວນຊຸກຍູ້ການປັບປຸງ ແລະເພີ່ມທະວີການພົວພັນສາມັກຄີແບບພິເສດລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ ໃຫ້ນັບມື້ນັບດີກ່ວາເກົ່າ. ທ່ານເອກອັກຄະລັດຖະທູດ ສະແດງຄວາມຂອບອົບຂອບໃຈຕໍ່ພັກ, ລັດ, ປະຊາຊົນ ຫວຽດນາມ ເຊິ່ງຍາມໃດກໍ່ຊ່ວຍເຫຼືອພັກ, ລັດ, ປະຊາຊົນລາວ, ຊ່ວຍລາວຜ່ານຜ່າຄວາມຫຍຸ້ງຍາກ ແລະ ພັດທະນາ.

 

ຕອບກັບ

ຂ່າວ/ບົດ​ອື່ນ