ທ່ານປະທານປະເທດຫວຽດ​ນາມຫງວຽນຊວັນຟຸກ: ສ​ສ​ຊ ຕ້​ອງ​ປະ​ກອບ​ສ່ວນ​ຍົກ​ສູງ​ຊີ​ວິດ​ຂອງ ປ​ຊ​ຊ

(VOVWORLD) -ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ  ເນັ້ນນັກວ່າ: ຖ້າຫາວ່າເປັນ ສສຊ, ກ່ອນອື່ນໝົດແມ່ນຕ້ອງຮັບຟັງຄວາມໃນໃຈ, ຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງ, ສ່ອງແສງໄປຍັງສະພາແຫ່ງຊາດ, ພັກ, ລັດ, ອົງການມີໜ້າທີ່ຮັບຜິດຊອບຢ່າງທັນການ.
ທ່ານປະທານປະເທດຫວຽດ​ນາມຫງວຽນຊວັນຟຸກ: ສ​ສ​ຊ ຕ້​ອງ​ປະ​ກອບ​ສ່ວນ​ຍົກ​ສູງ​ຊີ​ວິດ​ຂອງ ປ​ຊ​ຊ  - ảnh 1

ທ່ານປະທານປະເທດຫວຽດນາມຫງວຽນຊວັນຟຸກພົບປະກັບຜູ້ມີສິດເລືອກຕັ້ງເມືອງ ກູຈີ

     ຕອນເຊົ້າວັນທີ 14 ພຶດສະພາ, ຢູ່ເມືອງ ກູຈີ, ນະຄອນໂຮ່ຈີມິນ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ  ແລະ ບັນດາຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ XV, ໜ່ວຍເລືອກຕັ້ງທີ 10  (ເມືອງ ກູຈີ ແລະ ຮອກມົນ) ໄດ້ພົບປະກັບຜູ້ມີສິດເລືອກຕັ້ງທາງອອນລາຍ.

   ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ  ເນັ້ນນັກວ່າ: ຖ້າຫາວ່າເປັນ ສສຊ, ກ່ອນອື່ນໝົດແມ່ນຕ້ອງຮັບຟັງຄວາມໃນໃຈ, ຄວາມມຸ່ງຫວັງຂອງຜູ້ມີສິດເລືອກຕັ້ງ, ສ່ອງແສງໄປຍັງສະພາແຫ່ງຊາດ, ພັກ, ລັດ, ອົງການມີໜ້າທີ່ຮັບຜິດຊອບຢ່າງທັນການ ເພື່ອແກ້ໄຂບັນາຂໍ້ສະເໜີ, ຄຳເຫັນທີ່ຊອບທຳຂອງຜູ້ມີສິດເລືອກຕັ້ງໃນບ່ອນຕົນເອງອາໄສຢູ່ ປະກອບສ່ວນຍົກສູງຊີວິດຂອງ ປຊຊ .

   ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ  ມີຄວາມເອົາໃຈໃສ່ຕໍ່ການຜັນຂະຫຍາຍ 4 ໂຄງການພັດທະນາ ທີ່ນະຄອນໂຮ່ຈີມິນ ໄດ້ວາງອອກ, ໃນນັ້ນມີການຍົກສູງຄຸນະພາບບັນດາເຂດຖືກນ້ຳຖ້ວມ, ໄພທຳມະຊາດ, ຮັບປະກັນສິ່ງແວດລ້ອມຂຽວ, ປອດໄພ. ທ່ານເນັ້ນໜັກວ່າ ຕ້ອງຊຸກຍູ້ຢ່າງແຮງບັນດາໂຄງການຫັນປ່ຽນດີຈີຕອນແຫ່ງຊາດ, ຫັນ

ນະຄອນໂຮ່ຈີມິນ ເປັນພື້ນຖານເສດຖະກິດດີຈີຕອນໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ