ທ່ານປະທານປະເທດເຈືອງເຕີນຊາງພົບປະສອງຝ່າຍຢູ່ນອກກອງປະຊຸມAPEC

ທ່ານປະທານປະເທດເຈືອງເຕີນຊາງພົບປະສອງຝ່າຍຢູ່ນອກກອງປະຊຸມAPEC - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ​ພົບ​ປະ​ກັບ
​ປະ​ທາ​ນາ​ທິ​ບໍ​ດີ ເປ​ຣູ, Ollanta Humala
ພາບ:baomoi.com

(vovworld)-  ​ ​ວັນ​ທີ 18/11, ​ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສ​ດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟີກ ຢູ່ ມາ​ນີ​ລາ ປະ​ເທດ ຟິ​ລີບ​ປີນ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ມີ​ການ​ພົບ​ປະ​ສອງຝ່າຍ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເປ​ຣູ, ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ ແລະ ຕ້ອນ​ຮັບ​ປະ​ທານ​ເຂດ​ປົກ​ຄອງ​ພິ​ເສດ ຮົ່​ງ​ກົງ ປະ​ເທດ​ຈີນ.

ທີ່​ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເປ​ຣູ, Ollanta Humala, ການ​ນຳ​ສອງ​ທ່ານ ໄດ້​ສະ​ແດ​ງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ອັນ​ດີ​ງາມ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ເປ​ຣູ.  ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ສະ​ເຫນີ ສອ​ງ​ຝ່າຍ​ນຳ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ ລັດ​ຖະ​ບານ​ກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ ແລະ ການ​ຮ່ວມ​ມື​ເຕັກ​ນິກ ເຂົ້າ​ເຄື່ອນ​ໄຫວ​ໂດຍ​ໄວ ແລະ ເຈ​ລະ​ຈາ​ເພື່ອ​ລົງ​ນາມ​ໃນ​ສັນ​ຍາ​ແມ່​ກ່ຽວ​ກັບ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ. ການ​ນຳ​ສອງ​ທ່ານ ຢືນ​ຢັນ ຈະ​ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ ກັນ ແລະ ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ ເພື່ອ​ຈັດ​ຕັ້ງ​ປີ Apec 2016 ແລະ Apec 2017 ຊື່ງ ຫວຽດ​ນາມ ແລະ ເປ​ຣູ ປະ​ເທດ​ເຈົ້າ​ພາບ.     ທີ່​ການ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ, Najib Rajak, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ຫນັກ​ວ່າ: ປີ 2015 ເປັນ​ຂີດ​ໝາຍ​ສຳ​ຄັນ​ເມື່ອ​ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຢ​່າງ​ເປັນ​ທາງ​ການ. ສອງ​ຝ່າຍ​ເຫັນ​ດີ​ນຳ​ກັນ​ວ່າ: ຈະຜັນ​ຂະ​ຫຍາຍ ແລະ ​ເຮັດ​ໃຫ້​ບັນ​ດ​າ​ເນື້ອ​ແທ້​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ຈັດ​ຕັ້ງ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 5 ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ, ເຕັກ​ນິກ ໂດຍ​ໄວ, ຊຸກ​ຍູ້​ການ​ສຳ​ຫລວດກວດ​ກາ​ບັນ​ດາ​ລະ​ບຽບ​ການ​ພາຍ​ໃນ​ໃຫ້​ສຳ​ເລັດ​ເພື່ອ​ລົງ​ນາມ​ ແລະ ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ TPP ໂດຍ​ໄວ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນກ່ຽວ​ກັບ​ການ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ປະ​ຕິ​ບັດ​ສັນ​ຍານີ້.

ເມື່ອ​ພົບ​ປະ​ກັບ​ປະ​ທານ​ເຂດ​ປົກ​ຄອງ​ພິ​ເສດ ຮົ່ງ​ກົງ ປະ​ເທດ​ຈີນ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ເນ​ັ້ນ​ຫນັກ​ວ່າ: ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ ຍ​ັງ​ໃຫຍ່​ຫລວງ​ຢູ່, ສົ່ງ​ເສີມ​ບັນ​ດາ​ວິ​ສ​າ​ຫະ​ກິດ​ຮົ່ງ​ກົງ ເປີດກວ້າງ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ ກັບ​ຫວຽດ​ນາມ. ທ່ານແລ່ງ​ເຈີນ​ອີງ ເນັ້ນ​ຫນັກ​ວ່າ: ຮົ່ງ​ກົງ ພວມ​ລົງ​ທຶນ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຢ່າງ​ແຮງ ເພື່ອເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ເສດ​ຖະ​ກິດ​ກັບ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ໃນ​ນັ້ນ ມີ​ຫວຽດ​ນາມ ແລະ ຢືນ​ຢັນ ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ອອກວິ​ຊາ​ໃຫ້​ພົນ​ລະ​ເມືອງ​ຫວຽດ​ນາມ ໄປ​ທ່ອງ​ທ່ຽວ, ເຮັດ​ວຽກ​ຢູ່ ​ຮົ່ງ​ກົງ, ສົ່ງ​ເສີມ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ ຮົ່ງ​ກົງ ຕ້ອນ​ຮັບ​ນັກ​ສຶກ​ສາ​ຫວຽດ​ນາມ ມາ​ຮ່ຳ​ຮຽນ.

ຂ່າວ/ບົດ​ອື່ນ