ທ່ານປະທານປະເທດເຈືອງເຕີນຊາງເຂົ້າຮ່ວມກອງປະຊຸມສະຫລຸບວຽກງານປີ2014ຂອງສານປະຊາຊົນ

ທ່ານປະທານປະເທດເຈືອງເຕີນຊາງເຂົ້າຮ່ວມກອງປະຊຸມສະຫລຸບວຽກງານປີ2014ຂອງສານປະຊາຊົນ - ảnh 1
ທ່ານ​ປະ​ທານ​ປະ​ເທ​ດ​ເຈືອງ​ເຕີນ​ຊາງ​ກ່າວ​ຄຳ​ເຫັນ​ທີ່
ກອງ​ປະ​ຊຸມ​ສະ​ຫລຸບ​ວຽກ​ງານ​​ຂອງ​ສານ​ປີ2014
ພາບ:vov

(vovworld)-​ ຕອນ​ເຊົ້າ​ວັນ​ທີ 19/1 ຢູ່ ຮ່າ​ໂນ້ຍ, ສານ​ປະ​ຊາ​ຊົນ​ສູງ​ສຸດ ໄດ້​ຈັດ​ກອງ​ປະ​ຊຸມ​ສະ​ຫລຸບ​ວຽກ​ງານ​ປີ 2014 ແລະ ຜັນ​ຂະ​ຫຍາຍ​ຫນ້າ​ທີ​່​ວຽກ​ງານ​ສານ​ປີ 2015. ກ່າ​ວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ, ຫົວ​ຫນ້າ​ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ຕຸ​ລາ​ການ​ສູນ​ກາງ ໄດ້​ຍ້ອງ​ຍໍ​ສັນ​ລະ​ເສີນ​ບັນ​ດາ​ຜົງານ ແລະ ໝາກ​ຜົນ​ສຳ​ຄັນ​ຂອງ​ສານ​ປະ​ຊາ​ຊົນ​ທຸກ​ຂັ້ນ​ໃນ​ປີ 2014 ໄດ້​ປະ​ກອບ​ສ່ວນ​ຮັກ​ສາ​ສະ​ຖຽນ​ລະ​ພາບດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ ແລະ ການ​ພັດ​ທະ​ນາ​ລວມ​ຂອງ​ປະ​ເທດ​ຊາດ. ກ່ຽວ​ກັບ​ຫນ້າ​ທີ່​ຂອງ​ຂະ​ແຫນງ​ສານ​ໃນ​ປີ 2015, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ​ນ​ຊາງ ຊີ້​ແຈ້ງວ່າ:  “ສານ​ປະ​ຊາ​ຊົນ​ທຸກ​ຂັ້ນ ຄວນ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ​ນູນ​ປີ 2013, ກົດ​ໝາຍ​ວ່າ​ດ້ວຍ​ສານ​ປະ​ຊາ​ຊົນ​ສະ​ບັບ​ປັບ​ປຸງ ແລະ ບັນ​ດາ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ ເປັນ​ຢ່າງ​ດີ, ໃນ​ນັ້ນ ສຸມ​ໃສ່​ປະ​ຕິ​ບັດ 4 ມາດ​ຕະ​ການ​ບຸກ​ທະ​ລຸ​ທີ່​ໄດ້​ວາງ​ອອກ.”

        ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ແລະ ການ​ນຳ​ສານ​ປະ​ຊາ​ຊົນ​ສ​ູງ​ສຸດ ໄດ້​ປະ​ດັບ​ຫລຽນ​ໄຊ​ແຮງ​ງານ, ຫລຽນ​ກາ​ເພື່ອ​ພາ​ລະ​ກິດ​ສານ ແລະ ທ​ຸງ​ແຂ່ງ​ຂັນ​ຂອງ​ລັດ​ຖະ​ບານ​ໃຫ​້​ແກ່​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ​ຈຳ​ນວນ​ຫນຶ່ງ ທີ່​ມີ​ການ​ປະ​ກອບ​ສ່ວນ​ດີ​ເດັ່ນ​ໃຫ້​ແກ່​ຂະ​ແຫນງ​ສານ.

ຂ່າວ/ບົດ​ອື່ນ