ທ່ານ​ປະ​ທານສະ​ພາ​ທີ່​ປຶກ​ສາດ້ານ​ການ​ເມືອງ​​ແຫ່ງ​ຊາດ ຈີນ ຫວັງ​ຫູ​ນິງ ມາ​ຫວຽດ​ນາມ ອາ​ໄລ​ຫາ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

(VOVWORLD) - ວັນທີ 24 ກໍລະກົດ, ຈີນໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ທ່ານ ຫວັງຫູນິງ  ກຳມະການກົມການເມືອງ, ປະທານສະພາທີ່ປຶກສາດ້ານການເມືອງແຫ່ງຊາດ ຈີນ ຈະນຳໜ້າຄະນະຜູ້ແທນຂັ້ນສູງພັກກອມມູນິດຈີນ ມາຫວຽດນາມ ເຂົ້າຮ່ວມພິທີວາງພວງມາລາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ທ່ານ​ປະ​ທານສະ​ພາ​ທີ່​ປຶກ​ສາດ້ານ​ການ​ເມືອງ​​ແຫ່ງ​ຊາດ ຈີນ ຫວັງ​ຫູ​ນິງ ມາ​ຫວຽດ​ນາມ ອາ​ໄລ​ຫາ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ - ảnh 1ທ່ານ ຫວັງຫູນິງ  ກຳມະການກົມການເມືອງ, ປະທານສະພາທີ່ປຶກສາດ້ານການເມືອງແຫ່ງຊາດ ຈີນ (ພາບ: ຊິນຫົວ)

ແຈ້ງການດັ່ງກ່າວໂດຍທ່ານ ຫູສາວໜິງ ໂຄສົກຄະນະຕິດຕໍ່ພົວພັນການຕ່າງປະເທດສູນກາງພັກກອມມູນິດ ຈີນ ຍົກອອກມາໃນວັນທີ 24 ກໍລະກົດ. ແຈ້ງການຊີ້ແຈ້ງວ່າທ່ານ ຫວາງຫູນິງ ກຳມະການກົມການເມືອງ, ປະທານ ສະພາທີ່ປຶກສາດ້ານການເມືອງ ແຫ່ງຊາດ ຈີນ ຈະເປັນຜູ້ຕາງໜ້າພິເສດຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ນຳໜ້າຄະນະຜູ້ແທນພັກກອມມູນິດຈີນ ມາຍັງນະຄອນຫຼວງຮ່າໂນ້ຍເຂົ້າຮ່ວມພິທີວາງພວງມາລາທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງໃນລະຫວ່າງວັນທີ 25 – 26 ກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ