ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງຮຸ່ງເຮັດວຽກ ກັບນະຄອນ ຫາຍຟອງ

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງຮຸ່ງເຮັດວຽກ ກັບນະຄອນ ຫາຍຟອງ - ảnh 1
( ພາບ : http://nguyensinhhung.net/)
ຕອນ​ບ່າຍວັນ​ທີ 20 ທັນວາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງຮຸ່ງ ​ໄດ້​ໄປ​ຢ້ຽມຢາ​ມຄະນະ​ພັກ​ນະຄອນ ຫາຍ​ຟອງ ​ແລະ ​ໂອ​້ລົມ​ກັບ​ພະນັກງານ​ຫຼັກ​ແຫຼ່​ງຂອງ​ນະຄອນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ແຈ້ງ​ໃຫ້​ຊາບ​​ບາງ​ເນື້ອ​ໃນ​ຕົ້ນ​ຕໍ່ກ່ຽວ​ກັບສະພາບ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ​ໃນປີ 2011 ກໍ່​ຄື​ບັນດາມາດ​ຕະການ​ປະຕິບັດ​​ໃນປີ 2012, ຊີ້​ແຈງບັນດາ​ຄວາມສະດວກ ​ແລະ ​ຄວາມຫຍຸ້ງຍາກຂອງ​ປະ​ເທດ​ຊາດ​ໃນ​ສະພາບ​​ເສດຖະກິດທົ່ວ​ໂລກພວມ​ຊຸດ​​ໂຊມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງຮຸ່ງ ​ໄດ້​ສະ​ເໜີ​ໃຫ້ທົ່ວຄະນະ​ພັກ​ແຂວງ​ສືບ​ຕໍ່​ເສີມ​ຂະຫຍາຍ​ຈິດ​ໃຈ​ເປັນ​ເຈົ້າ​ການ​ມີ​ຫົວຄິດ​ປະດິດ​ສ້າງ​ເພື່ອ​ນຳ​ນະຄອນ​ກ້າວ​​ຂື້ນສູ່ ບາດກ້າວ​ໃໝ່​ໃນ​ປີ 2012.

“ ນະຄອນ ຫາຍ​ຟອງ ​ແມ່ນ​ນະຄອນ​ວິລະ​ຊົນ, ​​ແມ່ນນະຄອນ​ໜື່ງທີ່​ມີ​ມູນ​ເຊື້ອ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ພັດທະນາ​ຢູ່​ພາກ​ເໜືອ. ​​ແມ່ນໜື່ງ​ໃນ​ບັນດານະຄອນ​ນຳ​ໜ້າ ​ແລະ ປະກອບ​ສ່ວນ​ເຂົ້າ​ໃນ​ການ​ພັດທະນາລວມຂອງ​ປະ​ເທດ​. ປະຈຸ​ບັນຕ້ອງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ແຕ່​ຍາກ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​​ແມ່ນ​ຕ້ອງຮັກສາ​​ສັນຕິພາບ​ສະຖຽນ​ລະ​ພາບ​ແນວທາງ​ການກັບ​ຕ່າງປະ​ເທດ, ​ແນວທາງ​ທະຫານ​ກັບ​ຕ່າງປະ​ເທດ. ການ​ພົວພັນ​ກັບຕ່າງປະ​ເທດ​ກ່ຽວ​ກັບການ​ຕ່າງປະ​ເທດ, ການ​ເມືອງ, ການ​ທະຫານ​​ໃຫ້​ໄດ້ເພື່ອ​ພ້ອມ​ກັນ​ພັດທະນາ ”.

ຂ່າວ/ບົດ​ອື່ນ