ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ແຂວງ ບາກ​ລຽວ

(VOVWORLD) -  ໂດຍສືບຕໍ່ລາຍການຢ້ຽມຢາມ ແລະ ເຮັດວຽກຢູ່ ບາກລຽວ, ຕອນບ່າຍວັນທີ 25 ມັງກອນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບຄະນະປະຈຳຄະນະພັກແຂວງ ບາກລຽວ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ແຂວງ ບາກ​ລຽວ - ảnh 1ທ່ານ ຫຼືວັນຮຸ່ງ ເລຂາຄະນະພັກແຂວງ ບາກລຽວ ກ່າວຄຳເຫັນທີ່ພິທີເຮັດວຽກກັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ (ພາບ: VOV)

ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ສະເໜີໃຫ້ອຳນາດການປົກຄອງແຂວງ ບາກລຽວ ສຸມໃສ່ຊີ້ນຳນຳພາການຈັດຕັ້ງປະຕິບັດບາງໜ້າທີ່ຈຸດສຸມໃຫ້ເປັນຢ່າງດີ. ໃນນັ້ນ, ແຂວງ ບາກລຽວ ຕ້ອງຂຸດຄົ້ນກຳລັງບົ່ມຊ້ອນ, ທ່າໄດ້ປຽບຂອງທ້ອງຖິ່ນຢ່າງສຸດຂີດ ແລະ ຊຸກຍູ້ການຮ່ວມສຳພັນເຂດ. ພ້ອມດຽວກັນນັ້ນ, ກໍ່ສຸມໃສ່ປຸກລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງເຂົ້າໃນການລົງທຶນພັດທະນາ, ມຸ່ງໄປເຖິງ 3 ເສົາຄ້ຳຕົ້ນຕໍຢ່າງມີປະສິດທິຜົນ. ພ້ອມທັງປັບປຸງສະພາບແວດລ້ອມແຫ່ງການລົງທຶນ; ພັດທະນາບັນດາຂົງເຂດວັດທະນະທຳ - ສັງຄົມ, ການສຶກສາ, ສາທາລະນະສຸກ ຢ່າງກົມກຽວ; ປະຕິບັດວຽກງານໜູນຊ່ວຍສັງຄົມ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ; ສຸມໃສ່ຊີ້ນຳປະຕິບັດໜ້າທີ່ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ເປັນຢ່າງດີ.

        ທ່ານປະທານສະພາແຫ່ງຊາດ ຍັງເນັ້ນໜັກຕື່ມອີກວ່າ ເຂດ ແຫຼມ ກາເມົາ ເວົ້າລວມ, ເຊິ່ງໃນນັ້ນ ມີ ບາກລຽວ ແມ່ນເຂດທີ່ມີຄວາມສາມາດບົ່ມຊ້ອນດ້ານພະລັງງານແຮງລົມ, ໄຟຟ້ານອກຝັ່ງ… ດັ່ງນັ້ນ, ທາງແຂວງ ຕ້ອງເອົາໃຈໃສ່ພັດທະນາຄວາມສາມາດບົ່ມຊ້ອນດັ່ງກ່າວ ເພື່ອປະຕິບັດຄວາມຄາດຫວັງ, ເປົ້າໝາຍຮອດປີ 2030 ທີ່ວ່າ ສ້າງ ບາກລຽວ ກາຍເປັນແຂວງເຂັ້ມແຂງທາງດ້ານເສດຖະກິດທະເລ, ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ມີລະບົບໂຄງປະກອບພື້ນຖານໂຄງລ່າງຄົບຊຸດ, ທັນສະໄໝເທື່ອລະກ້າວ ໃຫ້ປະກົດຜົນເປັນຈິງ; ຮອດປີ 2050, ກາຍເປັນແຂວງມີພື້ນຖານເສດຖະກິດພັດທະນາ; ລະບົບຕົວເມືອງອັດສະລິຍະ, ສະອາດ, ສີຂຽວ; ຊົນນະບົດທັນສະໄໝ; ກະສິກຳນິເວດ; ໂຄງປະກອບພື້ນຖານໂຄງລ່າງດ້ານເສດຖະກິດ - ສັງຄົມ, ໂຄງລ່າງດີຈີຕອນຄົບຊຸດ, ທັນສະໄໝ; ປະຊາຊົນມີຊີວິດດີຂຶ້ນ ແລະ ຜາສຸກ.


ຕອບກັບ

ຂ່າວ/ບົດ​ອື່ນ