ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທັງ​ເໝິນ ​​ຕ້ອນຮັບ​ທ່ານ​ຮອງ​ປະທານ​ Duma ແຫ່ງ​ຊາດ ​ລັດ​ເຊຍ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເຈີ່ນແທັງເໝິນ ໄດ້ຂອບອົກຂອບໃຈຕໍ່ການນຳລັດ ແລະ ສະພາແຫ່ງຊາດ ສະຫະພັນລັດເຊຍ ທີ່ໄດ້ຈັດສົ່ງທ່ານຮອງປະທານ Duma ແຫ່ງຊາດ ລັດເຊຍ ແລະ ບັນດາສະມາຊິກຄະນະຜູ້ແທນມາເຂົ້າຮ່ວມງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທັງ​ເໝິນ ​​ຕ້ອນຮັບ​ທ່ານ​ຮອງ​ປະທານ​ Duma ແຫ່ງ​ຊາດ ​ລັດ​ເຊຍ - ảnh 1, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໃຫ້ການຕ້ອນຮັບທ່ານຮອງປະທານ Duma ແຫ່ງຊາດ ລັດເຊຍ Petr Olegovich Tolstoi  (ພາບ: TTXVN)

ຕອນບ່າຍວັນທີ 25 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ ຕ້ອນຮັບທ່ານຮອງປະທານ Duma ແຫ່ງຊາດ ລັດເຊຍ Petr Olegovich Tolstoi ແລະ ຄະນະຜູ້ແທນທີ່ເຂົ້າຮ່ວມງານສົບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ທ່ານປະທານສະພາແຫ່ງຊາດ ເຈີ່ນແທັງເໝິນ ໄດ້ຂອບອົກຂອບໃຈຕໍ່ການນຳລັດ ແລະ ສະພາແຫ່ງຊາດ ສະຫະພັນລັດເຊຍ ທີ່ໄດ້ຈັດສົ່ງທ່ານຮອງປະທານ Dumaແຫ່ງຊາດ ລັດເຊຍ ແລະ ບັນດາສະມາຊິກຄະນະຜູ້ແທນມາເຂົ້າຮ່ວມງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ສະແດງຄວາມເສົ້າສະຫຼົດໃຈ,  ໃຫ້ກຳລັງໃຈໃຫ້ແກ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນຈຸດເວລາທີ່ໂສກເສົ້າ ແລະ ຫຍຸ້ງຍາກນີ້; ທ່ານເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຮັກສາ ແລະ ສືບທອດມໍລະດົກຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການພົວພັນກັບສະຫະພັນລັດເຊຍ.

ສ່ວນທ່ານຮອງປະທານ Duma ແຫ່ງຊາດ ລັດເຊຍ P. Tolstoy ໄດ້ຢືນຢັນວ່າ ລັດເຊຍ ຖືເປັນສຳຄັນການພົວພັນທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ, ແມ່ນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດຂອງສະຫະພັນລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ