ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ພົບປະເຈລະຈາກັບທ່ານປະທານສະພາສູງສະພາແຫ່ງຊາດ ສະຫະພັນ ລັດເຊຍ

(VOVWORLD) - ກ່ຽວກັບການຮ່ວມມືລະຫວ່າງລັດຖະສະພາ, 2 ຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນສະພາແຫ່ງຊາດທຸກຂັ້ນ, ບັນດາການເຄື່ອນໄຫວຮ່ວມມືລະຫວ່າງບັນດາອົງການຂອງສະພາແຫ່ງຊາດ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ພົບປະເຈລະຈາກັບທ່ານປະທານສະພາສູງສະພາແຫ່ງຊາດ ສະຫະພັນ ລັດເຊຍ - ảnh 1 (ທີ່ການພົບປະເຈລະຈາ)

       ຕອນບ່າຍວັນທີ 09 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ ມົດສະກູ, ປະເທດ ລັດເຊຍ, ທ່ານປະທານສະພາສູງສະພາແຫ່ງຊາດ ສະຫະພັນ ລັດເຊຍ ນາງ Valentina Ivanovna Matvienko, ເປັນປະທານພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຢ່າງເປັນທາງການ ໂດຍນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ມາຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ແຕ່ວັນທີ 08 – 10 ກັນຍາ. ພາຍຫຼັງພິທີຕ້ອນຮັບ, 2 ຝ່າຍໄດ້ດຳເນີນການພົບປະເຈລະຈາ.

        ທີ່ການພົບປະເຈລະຈາ, ການນຳ 2 ທ່ານໄດ້ເຫັນດີສົມທົບກັນຈັດບັນດາການເຄື່ອນໄຫວທີ່ແທດຈິງ ເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2025 (1950 – 2025). ກ່ຽວກັບການຮ່ວມມືລະຫວ່າງລັດຖະສະພາ, 2 ຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນສະພາແຫ່ງຊາດທຸກຂັ້ນ, ບັນດາການເຄື່ອນໄຫວຮ່ວມມືລະຫວ່າງບັນດາອົງການຂອງສະພາແຫ່ງຊາດ. ພ້ອມກັນນັ້ນ, ກໍ່ສືບຕໍ່ສົມທົບກັນຕິດຕາມ ແລະ ກະຕຸກຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຮ່ວມມືເຊິ່ງລັດຖະບານ 2 ປະເທດໄດ້ລົງນາມ ແລະ ບັນດາໂຄງການຮ່ວມມືຍຸດທະສາດ.

        ພາຍຫຼັງການພົບປະເຈລະຈາ, ຢູ່ສຳນັກງານສະພາສະຫະພັນ, ການນຳ 2 ທ່ານໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາສູງສະພາແຫ່ງຊາດສະຫະພັນ ລັດເຊຍ; ເປັນສັກຂີພິຍານພິທີລົງນາມການຮ່ວມມືລະຫວ່າງແຂວງ ບ່າເຣ້ຍ - ວູງເຕົ່າ ແລະ ແຂວງ Rostov.

ຕອບກັບ

ຂ່າວ/ບົດ​ອື່ນ