ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ

(VOVWORLD) -  ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຖືວ່າ ໃນ 9 ເດືອນຜ່ານມາ, ເສດຖະກິດ - ສັງຄົມນະຄອນ ຍັງຮັກສາທ່າເຕີບໂຕ, ແຕ່ຍັງບໍ່ທັນບັນລຸບາດກ້າວບຸກທະລຸ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈີ​ມິນ - ảnh 1 ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ຕອນເຊົ້າວັນທີ 5 ຕຸລາ, ຢູ່ສຳນັກງານຄະນະພັກນະຄອນ ໂຮ່ຈີມິນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ໂຮ່ຈີມິນ ກ່ຽວກັບໝາກຜົນການຜັນຂະຫຍາຍ ມະຕິຂອງສະພາແຫ່ງຊາດ ກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍພິເສດກ່ຽວກັບການພັດທະນານະຄອນ ໂຮ່ຈີມິນ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຖືວ່າ ໃນ 9 ເດືອນຜ່ານມາ, ເສດຖະກິດ - ສັງຄົມນະຄອນ ຍັງຮັກສາທ່າເຕີບໂຕ, ແຕ່ຍັງບໍ່ທັນບັນລຸບາດກ້າວບຸກທະລຸ. ທ່ານປະທານສະພາແຫ່ງຊາດສະເໜີຕ້ອງແກ້ໄຂບັນດາຂໍ້ຕິດຂັດກ່ຽວກັບກົນໄກ, ນະໂຍບາຍໃຫ້ແກ່ນະຄອນ ໂຮ່ຈີມິນ, ປະຕິບັດຕາມການຊີ້ນຳນຳພາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢູ່ກອງປະຊຸມສະໄໝສາມັນຄັ້ງທີ 10 ຄະນະບໍລິຫານງານສູນກາງພັກ ຊຸດທີ 13 ແມ່ນ “ສຸມໃສ່ຢູ່ລະດັບສູງສຸດໃຫ້ແກ່ການບຸກທະລຸກ່ຽວກັບລະບອບລະບຽບການ ແລະ ພັດທະນາ, ປ່ຽນແປງໃໝ່ຢ່າງແຮງວຽກງານພະນັກງານ, ສ້າງສຳເລັດຢ່າງຄົບຊຸດ ແລະ ບຸກທະລຸຢ່າງແຮງໃນການສ້າງ, ພັດທະນາພື້ນຖານໂຄງລ່າງເສດຖະກິດ - ສັງຄົມ”.

ຕອບກັບ

ຂ່າວ/ບົດ​ອື່ນ