ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ

(VOVWORLD) - ໂດຍຕາງໜ້າໃຫ້ສະພາແຫ່ງຊາດ, ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທົ່ວປະເທດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຈູດທູບທຽນສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຕໍ່ປະທານ ໂຮ່ຈີມິນ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ
(ພາບ:quochoi.vn )

ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ (ຫຼືບຸນເຕັດ) ປີມະໂລງ 2024, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຄະນະປະຈຳສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ ໄດ້ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ເຮືອນເລກທີ 67, ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ທີ່ສຳນັກງານປະທານປະເທດ.

        ໂດຍຕາງໜ້າໃຫ້ສະພາແຫ່ງຊາດ, ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທົ່ວປະເທດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຈູດທູບທຽນສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຕໍ່ປະທານ ໂຮ່ຈີມິນ. ອະນຸສອນສະຖານເຮືອນເລກທີ 67 ປະຈຸບັນຍັງໄດ້ເກັບຮັກສາບັນດາວັດຖຸພັນທີ່ໄດ້ຕິດພັນກັບປະທານ ໂຮ່ຈີມິນ ໃນຊຸມປີບັ້ນປາຍຊີວິດຂອງເພິ່ນໃຫ້ເໝືອນເດີມ.

        ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ອວຍພອນພະນັກງານ, ກຳມະກອນເຂດອະນຸສອນສະຖານຍາມໃດກໍ່ປະຕິບັດສຳເລັດໜ້າທີ່ໃຫ້ເປັນຢ່າງດີ; ພ້ອມທັງຕັກເຕືອນ: ພະນັກງານ, ກຳມະກອນເຂດອະນຸສອນສະຖານສືບຕໍ່ມານະພະຍາຍາມ ໃນການຮັກສາ, ບັນດາວັດຖຸພັນ, ເອກະສານກ່ຽວກັບລຸງໂຮ່ ໃຫ້ລຸ້ນຄົນຕໍ່ໄປ; ປະຕິບັດວຽກງານແນະນຳເຖິງປະຊາຊົນ ແລະ ເພື່ອນມິດ, ແຂກທ່ອງທ່ຽວສາກົນ ກ່ຽວກັບຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ